    |
 |
ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ຕ້ອນຮັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະເຈລະຈາ, ເມື່ອແລກປ່ຽນກ່ຽວກັບບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເລືອງເກືອງ ສະເໜີໃຫ້ສອງຝ່າຍ ສືບຕໍ່ຍົກສູງປະສິດທິຜົນການພົບປະແລກປ່ຽນຄົ້ນຄວ້າທິດສະດີ; ຊຸກຍູ້ການຮ່ວມມືຢ່າງແທດຈິງ, ດ້ວຍບັນດາຂົງເຂດຈຸດສຸມແມ່ນວິທະຍາສາດເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ, ບໍາລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍູ້ໄວການເຊື່ອມຕໍ່ການຄົມມະນາຄົມຍຸດທະສາດ ດ້ວຍບຸລິມະສິດແມ່ນການຮ່ວມມືທາງລົດໄຟ, ຍົກລະດັບການລົງທຶນຄຸນນະພາບສູງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການສຶກສາ… ພ້ອມກັນນັ້ນ, ສອງຝ່າຍຕ້ອງເພີ່ມທະວີການຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ເພື່ອໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມ ມີຄວາມເຂົ້າໃນຫຼາຍກວ່າກ່ຽວກັບມູນເຊື້ອມິດສະພາບ ຫວຽດນາມ - ຈີນ. ກ່ຽວກັບບັນຫາທາງທະເລ, ທ່ານ ປະທານປະເທດ ເລືອງເກື່ອງ ໄດ້ເນັ້ນໜັກວ່າ, ສອງຝ່າຍຕ້ອງມານະພະຍາຍາມຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າ, ວາງຕົນເອງເຂົ້າທີ່ຕັ້ງຂອງກັນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ພາບ: qdnd.vn |
ໂດຍຕີລາຄາສູງຕໍ່ບັນດາຂໍ້ສະເໜີຮ່ວມມືຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເຫັນດີເພີ່ມທະວີການແລກປ່ຽນບົດຮຽນໃນການກໍ່ສ້າງພັກ ແລະຄຸ້ມຄອງປະເທດ; ຜັນຂະຫຍາຍກອງປະຊຸມຄະນະກໍາມະການຊີ້ນຳການຮ່ວມມືສອງຝ່າຍ ແລະກົນໄກປຶກສາຫາລືຍຸດທະສາດ 3+3 ເປັນຢ່າງດີ. ທ່ານ ສີຈິ້ນຜິງ ໄດ້ສະເໜີໃຫ້ສອງຝ່າຍຈັດກອງປະຊຸມຄັ້ງທຳອິດຂອງຄະນະກຳມະການປະສົມການຮ່ວມມືທາງລົດໄຟໂດຍໄວ; ເພີ່ມທະວີການຮ່ວມມືໃນຂົງເຂດຫາກໍ່ພົ້ນເດັ່ນ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນປີພົບປະແລກປ່ຽນມະນຸດສະທໍາ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃຫ້ເປັນຢ່າງດີ… ເພື່ອນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ.
ການນຳສອງປະເທດ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີຮັກສາການສົມທົບກັນ ແລະການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
* ຕອນບ່າຍວັນທີ 4 ກັນຍາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີການພົບປະກັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ. ພາບ: qdnd.vn |
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນຈະສະໜັບສະໜູນສອງຝ່າຍເສີມຂະຫຍາຍບົດບາດການທູດລັດຖະສະພາແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນລະຫວ່າງສອງປະເທດ, ສະເໜີໃຫ້ສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ສອງປະເທດເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ, ປັບປຸງພື້ນຖານສັງຄົມໃຫ້ແກ່ການພົວພັນສອງປະເທດ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: qdnd.vn |
ເຫັນດີເປັນເອກະພາບກັບຄໍາເຫັນຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານ Zhao Leji ຢືນຢັນວ່າ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຖືເປັນສຳຄັນ ແລະພ້ອມແລ້ວທີ່ຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ, ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳສູງສຸດຂອງສອງພັກ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 4 ກັນຍາ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ.
* ວັນທີ 4 ກັນຍາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບຜູ້ຕາງໜ້າຄອບຄົວຜູ້ຊົງຄຸນວຸດທິມິດຕະພາບຈີນ.
* ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງປັກກິ່ງ ກັບຄືນປະເທດ, ສິ້ນສຸດການປະຕິບັດງານຢ່າງຈົບງາມ.
ໂດຍ: ທະນາພອນ