ເຂົ້າຮ່ວມ ແລະເປັນປະທານຮ່ວມກອງປະຊຸມສໍາມະນາ ມີທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ; ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ຫງວຽນຊວັນຖັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດຫວຽດນາມ; ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ມາຍວັນຈິງ ຮອງນາຍົກລັດຖະມົນຕີຫວຽດນາມ.
ກອງປະຊຸມສຳມະນາແມ່ນໂອກາດເພື່ອຫວນຄືນໄລຍະທາງ 80 ປີ (1945-2025) ແຫ່ງການສ້າງຕັ້ງ ແລະພັດທະນາຂອງສະພາແຫ່ງຊາດຫວຽດນາມ, ຢັ້ງຢືນບັນດາຄຸນຄ່າປະຫວັດສາດ ແລະບົດບາດໃຈກາງຂອງສະພາແຫ່ງຊາດໃນລະບົບການເມືອງ; ພ້ອມທັງສະຫຼຸບບັນດາຜົນງານ, ບົດຮຽນປະສົບການ, ຊີ້ແຈ້ງບັນດາຄວາມຮຽກຮ້ອງປ່ຽນແປງໃໝ່ເພື່ອຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວໃນໄລຍະໃໝ່.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image