ວິທະຍຸກະຈາຍສຽງຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້ ແລະຕີລາຄາສູງບັນດາການປະກອບສ່ວນຂອງວິທະຍຸກະຈາຍສຽງຫວຽດນາມ ໃນເສັ້ນທາງປະຫວັດສາດ 80 ປີທີ່ເຕັມໄປດ້ວຍຄວາມລຳບາກກາກກຳ, ສິ່ງທ້າທາຍນາໆປະມານ ແຕ່ກໍ່ມີຄວາມສະຫງ່າອົງອາດທີ່ສຸດຂອງວິທະຍຸກະຈາຍສຽງຫວຽດນາມ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ວິທະຍຸກະຈາຍສຽງຫວຽດນາມ. ພາບ: vov.vn |
ຕອນເຊົ້າວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງຢ່າງສົມກຽດ (7-9-1945 / 7-9-2025) ແລະຮັບຫຼຽນໄຊ ໂຮ່ຈີມິນ ຄັ້ງທີ 3. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້ ແລະຕີລາຄາສູງບັນດາການປະກອບສ່ວນຂອງວິທະຍຸກະຈາຍສຽງຫວຽດນາມ ໃນເສັ້ນທາງປະຫວັດສາດ 80 ປີທີ່ເຕັມໄປດ້ວຍຄວາມລຳບາກກາກກຳ, ສິ່ງທ້າທາຍນາໆປະມານ ແຕ່ກໍ່ມີຄວາມສະຫງ່າອົງອາດທີ່ສຸດຂອງວິທະຍຸກະຈາຍສຽງຫວຽດນາມ, ໄດ້ກາຍເປັນສຽງເວົ້າຂອງປະເທດຊາດ, ຂອງເອກະລາດ - ເສລີພາບ, ສຽງເວົ້າຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ເພື່ອນຜູ້ທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: "ພາຍຫຼັງໄລຍະທາງ 80 ປີ, ໃນສະພາບການສື່ມວນຊົນໂລກມີການຜັນແປໂດຍໄວ, ວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍ່ມານະພະຍາຍາມປ່ຽນແປ່ງໃໝ່ຢ່າງມີຫົວຄິດປະດິດສ້າງ ເພື່ອປັບຕົວໃຫ້ແທດເໝາະກັບກະແສເຊື່ອມໂຍງເຂົ້າກັບສາກົນ, ທ່າອ່ຽງຫັນເປັນເຕັກໂນໂລຢີດີຈີຕອນ, ການແກ່ງແຍ້ງຖະແຫຼງຂ່າວໃນທົ່ວໂລກ, ບືນຕົວຂຶ້ນເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ເປັນຫຼາຍຮູບແບບຂອງຜູ້ຟັງໃນທຸກແຖບຖິ່ນໃນທົ່ວປະເທດ ແລະພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ, ກໍ່ຄື ເພື່ອນມິດສາກົນ"...
ໂອກາດນີ້, ຕາງໜ້າໃຫ້ພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ວິທະຍຸກະຈາຍສຽງຫວຽດນາມ, ນີ້ແມ່ນຄັ້ງທີ 3 ວິທະຍຸກະຈາຍສຽງຫວຽດນາມ ເປັນກຽດໄດ້ຮັບຫຼຽນໄຊອັນສູງສົ່ງນີ້.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ