leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງສະພາບການເສດຖະກິດ-ສັງຄົມ 8 ເດືອນດີກວ່າເມື່ອທຽບກັບໄລຍະດຽວກັນຂອງປີ 2024 ໃນທຸກຂົງເຂດເກືອບທັງໝົດ, ພົ້ນເດັ່ນແມ່ນເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້, ບັນດາຄວາມດຸນດ່ຽງໃຫຍ່ໄດ້ຮັບປະກັນ.

ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງວິເຄາະຕໍ່ໜ້າກຳລັງດັນໂດຍໄພເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ດອກເບ້ຍພວມເພີ່ມຂຶ້ນ, ຄ່າໃຊ້ຈ່າຍພາຍໃນປະເທດ, ການສົ່ງອອກ, ການລົງທຶນພາກລັດມີທ່າອ່ຽງຊ້າລົງ, ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບການຫັນເປັນດີຈີຕອນ…

ຊີ້ແຈ້ງວ່າ ການເຕີບໂຕຂອງຫວຽດນາມ ຕ້ອງບັນລຸລະດັບແຕ່ 8,3-8,5% ໃນປີນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ການສືບຕໍ່ເຮັດໃໝ່ບັນດາແຫຼ່ງກຳລັງເຕີບໂຕທີ່ເປັນມູນເຊື້ອ, ຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ ເພື່ອຮັບປະກັນການພັດທະນາຢ່າງຄົບຊຸດ, ຮອບດ້ານ. ບັນດາຂົງເຂດ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຕ້ອງມີການເຕີບໂຕທົ່ວປະເທດຈຶ່ງມີການເຕີບໂຕ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການແກ້ໄຂປະກົດການຫຍໍ້ທໍ້, ການກະທຳຄອບງຳຕະຫຼາດ, ການຄ້າເຖື່ອນ, ສິນຄ້າປ້ອມ… ຢ່າງທັນການ ແລະເຂັ້ມງວດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ