ເພີ່ມທະວີການພົວພັນ ຫວຽດນາມ - ໂດມິນິກ
ກປ.ອອນໄລ - ຕອນເຊົ້າວັນທີ 4 ກັນຍາ, ຢູ່ສໍານັກງານສູນກາງພັກ, ທ່ານ ຟານດິ່ງຈາກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Miguel Mejia ເລຂາທິການໃຫຍ່ພັກຂະບວນການຝ່າຍຊ້າຍເອກະພາບ (MIU) ແຫ່ງ ສ. ໂດມິນິກ ນໍາໜ້າຄະນະຜູ້ແທນຂັ້ນສູງ MIU ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດຫວຽດນາມ ຄົບຮອບ 80 ປີ.
ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານ ຟານດິ່ງຈາກ ສະເໜີສອງຝ່າຍສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື ໄລຍະ 2023 - 2028 ລະຫວ່າງພັກກອມມູນິດຫວຽດນາມ ແລະ MIU ຢ່າງມີປະສິດທິຜົນ; ຊຸກຍູ້ການຜັນຂະຫຍາຍຜົນການຢ້ຽມຢາມ ສ. ໂດມິນິກ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນເດືອນ ພະຈິກ 2024, ໃຫ້ບຸລິມະສິດການເລີ່ມປະຕິບັດກົນໄກຂອງຄະນະກຳມະການປະສົມເພື່ອຊຸກຍູ້ການຄ້າ ແລະການລົງທຶນ, ຜັນຂະຫຍາຍກົນໄກປຶກສາຫາລືການເມືອງລະຫວ່າງສອງກະຊວງການຕ່າງປະເທດຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ ໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ສືບຕໍ່ໜູນຊ່ວຍ, ເຊື່ອມຕໍ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ການຜະລິດວັດສະດຸກໍ່ສ້າງ, ການຂຸດຄົ້ນນ້ຳມັນອາຍແກັສ, ເຕັກໂນໂລຢີສູງ, ການທ່ອງທ່ຽວ, ກະສິກຳ.
    |
 |
ທ່ານ ຟານດິ່ງຈາກ ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ແລະທ່ານ Miguel Mejia ເລຂາທິການໃຫຍ່ພັກຂະບວນການຝ່າຍຊ້າຍເອກະພາບ ແຫ່ງ ສ. ໂດມິນິກ. ພາບ: qdnd.vn |
ຂອບໃຈພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະຈິງໃຈ, ທ່ານເລຂາທິການໃຫຍ່ພັກ MIU ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຫວຽດນາມ - ໂດມິນິກ; ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການຮັດແໜ້ນ ແລະເປີດກວ້າງການພົວພັນກັບພາກພື້ນອາເມລິກາລາຕິນ.
ໂດຍ: ຈາງຫງວຽນ