ເປີດສາກພິທີສະເຫຼີມສະຫຼອງແມ່ນພິທີແຫ່ທວນໄຟມູນເຊື້ອ ແລະພິທີເຄົາລົບທຸງຊາດ. ໃນເວລາດຽວກັນ, ຢູ່ສະໜາມກິລາມີດິ່ງ,  ໄດ້ຍິງປືນໃຫຍ່ 21 ນັດໃນທ່າມກາງການບັນເລງເພງຊາດຫວຽດນາມ.

ຖັດຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ອ່ານສູນທອນພົດສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ. ເປີດສາກສູນທອນພົດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຫວນຄືນຈຸດເວລາປະຫວັດສາດ ຂອງຊາດໃນໄລຍະ 80 ປີກ່ອນຢູ່ສະໜາມຫຼວງບາດິ່ງ, ເມື່ອປະທານໂຮ່ຈີມິນ ກ່າວບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ, ເປີດຍຸກສະໄໝແຫ່ງຄວາມເອກະລາດ, ເສລີພາບໃຫ້ຊາດຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:  “ປະເທດຊາດຫວຽດນາມ ແມ່ນການເຕົ້າໂຮມຂອງມູນເຊື້ອອະລິຍະທຳນັບພັນປີແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ຂອງຄຸນນະທາດອົງອາດ ກ້າແກ່ນ, ພູມປັນຍາ, ນ້ຳໃຈເມດຕາປານີ ແລະຄາດຫວັງບືນຕົວຂຶ້ນ. ຈິດໃຈນັ້ນໄດ້ຝຶກຝົນຫຼໍ່ຫຼອມກຳລັງແຮງອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ, ຂອງການຕໍ່ສູ້ 2 ຄັ້ງ ອັນຍືດເຍື້ອຍາວນານຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ, ຂອງກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນສັນຕິພາບ, ຂອງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະການພັດທະນາປະເທດ. ນັ້ນແມ່ນກຳລັງແຮງໄດ້ເລີ່ມມາຈາກປະຊາຊົນ, ຂຶ້ນກັບປະຊາຊົນ, ເພື່ອປະຊາຊົນ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.

ເນັ້ນໜັກພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ທົ່ວປວງຊົນທັງຊາດສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ, ຂອງບັນພະບຸລຸດຄົນລຸ້ນກ່ອນໃນການປະຕິວັດ ແລະຂອງທົ່ວປວງຊົນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ໄລຍະທາງທີ່ສະຫງ່າລາສີ 80 ປີຜ່ານມາ ໄດ້ຢັ້ງຢືນວ່າ ບໍ່ມີຫຍັງສາມາດຂວາງກັ້ນຊາດຫວຽດນາມ ກ້າວເຂົ້າສູ່ຄວາມວັດທະນາຖາວອນ ແລະຍືນຍົງຄົງຕົວ: “ຜ່ານໄລຍະທາງ 80 ປີທີ່ເຕັມໄປດ້ວຍຄວາມລຳບາກແຕ່ສະຫງ່າອົງອາດ, ພວກເຮົາໄດ້ຢັ້ງຢືນສັດຈະທຳພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ, ດ້ວຍແສງສະຫວ່າງເຍືອງທາງຂອງປະທານໂຮ່ຈີມິນ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ບໍ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍໃດ ທີ່ປະຊາຊົນເຮົາບໍ່ສາມາດຜ່ານມາ, ບໍ່ມີເປົ້າໝາຍອັນສູງສົ່ງໃດ ທີ່ຊາດຫວຽດນາມ ບໍ່ບັນລຸໄດ້. ບໍ່ມີສິ່ງກີດຂວາງໃດ, ບໍ່ມີເຫດຜົນໃດທີ່ສາມາດກີດຂວາງພວກເຮົາກ້າວໄປເຖິງສັນຕິພາບ, ວັດທະນາຖາວອນ, ຊາດຫວຽດນາມ ຍືນຍົງຄົງຕົວ ແລະພັດທະນາ”.

ພາຍຫຼັງກ່າວຄໍາເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນລາຍການສວນສະໜາມ, ເດີນຂະບວນ.

ເປີດສາກແມ່ນຝູງບິນຂອງທະຫານອາກາດປະຊາຊົນຫວຽດນາມ ບິນຂໍ່ານັບຮັບຕ້ອນ. ຕໍ່ໄປແມ່ນ 79 ກ້ອນກຳລັງສວນສະໜາມ, ເດີນຂະບວນຂອງບັນດາກຳລັງກອງທັບ, ຕຳຫຼວດ, ມະຫາຊົນປະຊາຊົນ ແລະ 4 ກ້ອນກຳລັງກອງທັບຕ່າງປະເທດ, ລວມມີ: (ຈີນ, ລັດເຊຍ, ລາວ, ກໍາປູເຈຍ).

ພາຍຫຼັງເດີນຜ່ານເວທີຢູ່ສະໜາມຫຼວງບາດິ່ງ, ບັນດາກ້ອນກໍາລັງສວນສະໜາມ, ເດີນຂະບວນໄປຕາມຖະໜົນຫຼາຍສາຍຕ່າງໆຢູ່ທີ່ໃຈກກາງນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ທ່ານ​ເລຂາທິການ​ໃຫຍ່ ໂຕເລິມ ​ແລະບັນດາ​ຜູ້​ແທນ​ເຂົ້າ​ຮ່ວມທີ່​ພິທີ. ພາບ: qdnd.vn
leftcenterrightdel
ລົດແຫ່ຮູບປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
ກ້ອນກໍາລັງກຽດຕິຍົດທະຫານບົກ, ປ້ອງກັນອາກາດ-ທະຫານອາກາດ, ທະຫານເຮືອ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ກ້ອນກໍາລັງປ້ອງກັນອາກາດ-ທະຫານອາກາດ. ພາບ: qdnd.vn
leftcenterrightdel
ກ້ອນກໍາລັງທະຫານບົກ. ພາບ: qdnd.vn
leftcenterrightdel
ກ້ອນກໍາລັງກອງທັບລັດເຊຍ. ພາບ: qdnd.vn
leftcenterrightdel
ກ້ອນກໍາລັງກອງທັບປະຊາຊົນລາວ. ພາບ: qdnd.vn
leftcenterrightdel
ກ້ອນກໍາລັງກອງທັບລາຊະອານາຈັກກໍາປູເຈຍ. ພາບ: qdnd.vn

ໂດຍ: ເຈິ່ນຮວ່ຽນ