leftcenterrightdel
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Pedro Vazquez, ກຳມະການກົມການເມືອງພັກແຮງງານເມັກຊີໂກ, ປະທານກຳມາທິການຕ່າງປະເທດຂອງສະພາຕໍ່າ ເມັກຊີໂກ. ພາບ: daibieunhandan.vn

ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີຊຸກຍູ້ບັນດາມາດຕະການ ຄື: ສືບຕໍ່ຊຸກຍູ້ການພົບປະ ແລະການຢ້ຽມຢາມຂັ້ນສູງລະຫວ່າງການນຳສະພາແຫ່ງຊາດ, ບັນດາກໍາມາທິການ; ສະໜັບສະໜູນ ແລະສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງບັນດາອົງການຈັດຕັ້ງ, ວິສາຫະກິດຂອງສອງປະເທດ, ເພື່ອຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນຮ່ວມມື; ສົ່ງເສີມ ແລະເຊື່ອມຕໍ່ວິສາຫະກິດຂອງສອງປະເທດຜ່ານບັນດາຮູບການແນະນຳ, ໂຄສະນາກ່ຽວກັບປະເທດ, ຜູ້ຄົນ ແລະກາລະໂອກາດຮ່ວມມື.

* ໃນວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV) ນຳໂດຍທ່ານ Jesús German Faria Tortosa ຮອງປະທານພັກສັງຄົມນິຍົມເອກະພາບ ເວເນຊູເອລາ, ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ. 

leftcenterrightdel
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Jesús German Faria Tortosa ຮອງປະທານພັກສັງຄົມນິຍົມເອກະພາບເວເນຊູເອລາ. ພາບ: daibieunhandan.vn

ທີ່ການຕ້ອນຮັບ, ທ່ານ ເຈິ່ນກວາງເຟືອງ ສະເໜີສອງປະເທດເພີ່ມທະວີການແລກປ່ຽນຄະນະຜູ້ແທນການນຳພັກ, ລັດ ແລະສະພາແຫ່ງຊາດ ເພື່ອແນໃສ່ສືບຕໍ່ຫັນການພົວພັນຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງໃຫ້ເປັນລະອຽດ. ພ້ອມກັນນັ້ນ, ສົມທົບກັນຊຸກຍູ້ບັນດາອົງການນິຕິບັນຍັດຂອງສອງປະເທດສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການກໍ່ສ້າງ ແລະປະຕິບັດກົດໝາຍ, ກໍ່ສ້າງລັດແຫ່ງກົດໝາຍ; ປັບປຸງລະບອບລະບຽບການໃຫ້ສົມບູນແບບ ເພື່ອຮັບໃຊ້ການພັດທະນາຂອງແຕ່ລະປະເທດ.

ໂດຍ: ໄຊຊະນະ