ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະພັກການເມືອງບັນດາປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 1 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະບັນດາການນຳ, ຜູ້ຕາງໜ້າການນໍາພັກການເມືອງຫຼາຍປະເທດຈາກພາກພື້ນອາຊີ, ເອີລົບ, ທະວີບອາເມລິກາ ແລະອາຟະລິກາ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະຫົວໜ້າຄະນະພັກການເມືອງບັນດາປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ຄົບຮອບ 80 ປີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມສະເທືອນໃຈ ແລະນັບຖືຢ່າງສູງຕໍ່ອາລົມຈິດອັນອົບອຸ່ນ, ຄໍາພອນໄຊອັນປະເສີດ ເຊິ່ງ ບັນດາພັກການເມືອງ ແລະເພື່ອນມິດສາກົນ ໄດ້ສະຫງວນໃຫ້ປະທານໂຮ່ຈີມິນ, ພັກ, ລັດ ແລະປະຊາຊົນຫວຽດນາມ; ຢືນຢັນວ່ານີ້ເປັນພະຍານຫຼັກຖານທີ່ມີຊີວິດຊີວາ, ເລິກເຊິ່ງໃຫ້ແກ່ນໍ້າໃຈສະຫາຍ, ອ້າຍນ້ອງ, ຄວາມສາມັກຄີ, ຄວາມສະໜິດຕິດພັນສັດຊື່ບໍລິສຸດ, ສາຍຈິດມິດໃຈສາກົນອັນບໍລິສຸດຜຸດຜ່ອງ ແລະການສະໜັບສະໜູນອັນລໍ້າຄ່າ ເຊິ່ງ ພັກການເມືອງ, ລັດ, ລັດຖະບານ ແລະເພື່ອນມິດສາກົນ ສະຫງວນໃຫ້ຫວຽດນາມ.
ໃນສະພາບການໂລກປະຈຸບັນທີ່ມີການປ່ຽນແປງຢ່າງວ່ອງໄວຫຼາຍຢ່າງ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຢຶດໝັ້ນເປົ້າໝາຍສັງຄົມນິຍົມ ແລະເສັ້ນທາງປ່ຽນແປງໃໝ່; ສະເໝີຕົ້ນສະເໝີປາຍປະຕິບັດແນວທາງການພົວພັນຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ປາດຖະໜາຢາກເປີດກວ້າງ ແລະເຮັດໃຫ້ການພົວພັນລະຫວ່າງບັນດາພັກການເມືອງເລິກເຊິ່ງກວ່າອີກ, ເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດໃນໂລກ.
ໂດຍ: ເຈິ່ນຮວ່ຽນ