ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດເຖິງສະພາບການຂອງກູບາ; ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ກູບາ ຕ້ອງປະເຊີນໜ້າ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດກູບາ, ປະເທດກູບາ ຈະສືບຕໍ່ປົກປັກຮັກສາຜົນການປະຕິວັດ ຢ່າງໝັ້ນແກ່ນ, ຍາດໄດ້ໄຊນະນະໃໝ່ ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ  Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ແຫ່ງ ສາທາລະນະລັດກູບາ. ພາບ: ຫວູຟອງ

ທ່ານ  Miguel Diaz-Canel Bermúdez ຢັ້ງຢືນຄວາມປາດຖະໜາຂອງພັກ, ລັດ ແລະປະຊາຊົນກູບາ ແມ່ນເພີ່ມທະວີການພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ກໍຄື ແບ່ງປັນບົດຮຽນປະສົບການທີ່ບັນລຸໄດ້ໃນກິດຈະການປ່ຽນແປງໃໝ່ຂອງຫວຽດນາມ ແລະອັບເດດຮູບແບບເສດຖະກິດ-ສັງຄົມຂອງກູບາ; ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະປະຊາຊົນຫວຽດນາມ ຊ່ວຍໃຫ້ກູບາ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຂອງການປິດລ້ອມຂວໍ້າບາດ ແລະສະພາບການສາກົນທີ່ສັບສົນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຫວູຟອງ

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຜັນຂະຫຍາຍມາດຕະການແນໃສ່ໜູນຊ່ວຍກູບາ ຢ່າງແທດຈິງ, ລະອຽດ, ພິເສດແມ່ນບັນດາໂຄງການກະສິກໍາຕາມຮູບແບບຂອງວິສາຫະກິດ ແນໃສ່ໜູນຊ່ວຍດ້ານສະບຽງອາຫານ ຢູ່ກູບາ, ກໍຄືບັນດາຂົງເຂດສໍາຄັນອື່ນອີກ ກ່ຽວກັບພະລັງງານ, ເຕັກໂນໂລຢີຊີວະສາດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານ  Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ແຫ່ງສາທາລະນະລັດ ກູບາ ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບສາຍພົວພັນລະຫວ່າງສອງປະເທດ. ພາບ: ຫວູຟອງ

ສອງຝ່າຍເຫີນດີສືບຕໍ່ຊຸກຍູ້ຄະນະຜູ້ແທນຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດ ເພື່ອຜັນຂະຫຍາຍຫັນບັນດາຂໍ້ຕົກລົງຂັ້ນສູງສອງປະເທດເປັນລະອຽດ; ເຫັນດີຜັນຂະຫຍາຍຢ່າງເປັນປະຈໍາ ແລະຍົກສູງປະສິດທິຜົນກົນໄກຮ່ວມມືສອງຝ່າຍ, ບັນດາການເຄື່ອນໄຫວຮ່ວມມືດ້ານວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການສົມທົບກັນ, ແລກປ່ຽນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສ, ກົນໄກຫຼາຍຟ່າຍ ແລະບັນດາອົງການຈັດຕັ້ງສາກົນ ເຊິ່ງສອງປະເທດແມ່ນສະມາຊິກ; ຍູ້ແຮງການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະທ້ອງຖິ່ນສອງປະເທດ; ເພີ່ມທະວີການສື່ສານ, ໂຄສະນາ, ບໍາລຸງສ້າງ, ສຶກສາອົບຮົມຄົນລຸ້ນໜຸ່ມສອງປະເທດກ່ຽວກັບມູນເຊື້ອການພົວພັນແບບພິເສດ, ແບບຢ່າງ ແລະສັດຊື່ບໍລິສຸດລະຫວ່າງສອງຊາດ.

ການນໍາສອງປະເທດ ຍັງເຫັນດີສືບຕໍ່ສະໜັບສະໜູນ, ໃຫ້ບຸລິມະສິດສ້າງເງື່ອນໄຂສະດວກ ແລະສົ່ງເສີມການເປີດກວ້າງການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ວິສາຫະກິດສອງປະເທດເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ; ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນ, ພິເສດໃນຂົງເຂດການຮ່ວມມືຍຸດທະສາດເຊິ່ງການນໍາສອງປະເທດເຫັນດີເປັນເອກະສັນ, ກໍຄື ເປີດກວ້າງໄປສູ່ຂົງເຂດທີ່ມີຄວາມສາມາດບ່ົມຊ້ອນອື່ນອີກ.

* ຕອນບ່າຍວັນທີ  2 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ  Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ແຫ່ງສາທາລະນະລັດກູບາ ໄດ້ມີການພົບປະກັບວິສາຫະກິດຫວຽດນາມ ເພື່ອແລກປ່ຽນ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ  Miguel Diaz-Canel Bermúdez ປາດຖະໜາວ່າ ຝ່າຍຫວຽດນາມ ຈະຊຸກຍູ້, ເປີດກວ້າງການຮ່ວມມື, ລົງທຶນກັບກູບາ, ໂດຍສະເພາະແມ່ນໃນຂົງເຂດກະສິກໍາ, ລ້ຽງສັດ, ລ້ຽງປູກສິນໃນນໍ້າ, ເຕັກໂນໂລຢີຊີວະສາດ, ການຢາ; ຜະລິດສິນຄ້າໃຊ້ສອຍ; ຈຳໜ່າຍ ແລະຂາຍຍ່ອຍສິນຄ້າ; ການທ່ອງທ່ຽວ; ອະສັງຫາລິມະຊັບ; ຂຸດຄົ້ນນ້ຳມັນອາຍແກັສ...; ພ້ອມທັງຖ່າຍທອດເຕັກໂນໂລຢີ, ການຮ່ວມມືຄົ້ນຄວ້າ, ຫັນຜະລິດຕະພັນເປັນການຄ້າໃຫ້ຝ່າຍກູບາ; ປະກອບສ່ວນພັດທະນາເສດຖະກິດ - ສັງຄົມໃຫ້ກູບາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ  Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດແຫ່ງສາທາລະນະລັດກູບາ ພົບປະກັບວິສາຫະກິດສອງປະເທດ.  ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ວິສາຫະກິດກູບາ ເພີ່ມທະວີການຮ່ວມມື, ລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນບັນດາຂົງເຂດທີ່ ກູບາ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ ຄື: ເຕັກໂນໂລຢີຊີວະສາດ, ການຢາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ວິສາຫະກິດຂອງສອງຝ່າຍຈະນຳໜ້າໃນການສະເໜີກົນໄກ, ນະໂຍບາຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອໃຫ້ນັບມື້ນັບມີໂຄງການຮ່ວມມື, ລົງທຶນລະຫວ່າງສອງປະເທດຫຼາຍກວ່າ ແລະມີປະສິດທິຜົນກວ່າ; ສະເໜີບັນດາລາຍການ ແລະໂຄງການຮ່ວມມື, ໃນນັ້ນ ມີການຄົ້ນຄວ້າເປີດສາຍການບິນໂດຍກົງ, ການຮ່ວມມືດ້ານການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ; ໜູນຊ່ວຍ, ແບ່ງປັນບົດຮຽນປະສົບການໃຫ້ກັນ ບົນຈິດໃຈ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ”, “ເມື່ອໄດ້ເວົ້າແລ້ວແມ່ນຕ້ອງໄດ້ເຮັດ, ໄດ້ໃຫ້ຄໍາໝັ້ນໝາຍແມ່ນຕ້ອງປະຕິບັດຢ່າງມີປະສິດທິຜົນ ແລະແທດຈິງ”.

ເພີ່ມທະວີການແລກປ່ຽນປະສົບການດ້ານນິຕິບັນຍັດ

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 2 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ  ໄດ້ມີການພົບປະກັບທ່ານ  Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ແຫ່ງສາທາລະນະລັດ ກູບາ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດກູບາ ໃນການເພີ່ມທະວີການຢ້ຽມຢາມ ແລະພົບປະຂັ້ນສູງ, ກະກຽມໃຫ້ແກ່ວາລະປະຊຸມ ຄັ້ງທີ 2 ຂອງຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ກູບາ, ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ; ເພີ່ມທະວີການແລກປ່ຽນບົດຮຽນດ້ານນິຕິບັນຍັດ, ການສົມທົບກັນຢ່າງມີປະສິດທິຜົນທີ່ສະຫະພັນລັດຖະສະພາສາກົນ (IPU) ແລະບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ. ພາບ: ຟ້າມຖັ໊ງ

ສ່ວນທ່ານ Miguel Diaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ແຫ່ງສາທາລະນະລັດກູບາ ຕີລາຄາສູງບາດກ້າວພັດທະນາອັນດີງາມໃນການພົວພັນສອງປະເທດໃນໄລຍະມໍ່ໆມານີ້; ຢັ້ງຢືນຈະຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສ້າງກົນໄກ, ເງື່ອນໄຂພິເສດເພື່ອໃຫ້ວິສາຫະກິດຫວຽດນາມ ດໍາເນີນທຸລະກິດປະສົບຜົນສຳເລັດໃນບັນດາຂົງເຂດຍຸດທະສາດ ຢູ່ກູບາ ຄື: ກະສິກຳ, ພະລັງງານ ແລະເຕັກໂນໂລຢີຊີວະສາດ, ຂະຫຍາຍໄປສູ່ຫຼາຍຂົງເຂດທີ່ມີຄວາມສາມາດບ່ົມຊ້ອນອື່ນໆ ເທື່ອລະກ້າວ.

ໂດຍ: ທູຈາງ