ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 2 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ໃຫ້ການຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ (2-9-1945 / 2-9-2025).
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: nhandan.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ທີ່ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ຄົບຮອບ 80 ປີ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: nhandan.vn |
ທ່ານ ໂຕເລິມ ຢືນຢັນວ່າ ໃນຕະຫຼອດພາລະກິດປະຕິວັດ, ທຸກໄຊຊະນະຂອງປະຊາຊົນຫວຽດນາມ ລ້ວນແຕ່ຕິດພັນກັບການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະປະຊາຊົນລາວ. ຫວຽດນາມ ຍາມໃດກໍ່ເຄົາລົບຮັບຖື, ຈົດຈຳຢ່າງເລິກເຊິ່ງເຖິງການຊ່ວຍເຫຼືອອັນລ້ຳຄ່າໃນຊຸມປີແຫ່ງການຕໍ່ຕ້ານ ຕະຫຼອດຮອດໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນທຸກວັນນີ້. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບລາວ ເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: nhandan.vn |
    |
 |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວຄຳເຫັນທີ່ການພົບປະ. ພາບ: nhandan.vn |
    |
 |
ບັນຍາກາດທີ່ການພົບປະ. ພາບ: nhandan.vn |
ການນຳສອງທ່ານ ມີຄວາມໄວ້ເນື້ອເຊື່ອໃຈ, ຈິງໃຈ ແລະແລກປ່ຽນຢ່າງກົງໄປກົງມາກ່ຽວກັບການກໍານົດທິດ, ມາດຕະການຊຸກຍູ້ບັນດາຂົງເຂດຮ່ວມມື, ໂດຍເນັ້ນໜັກວ່າ ໃນສະພາບການໂລກ ແລະພາກພື້ນພວມຜັນແປຢ່າງສັບສົນໃນປະຈຸບັນ, ສອງປະເທດຕ້ອງເພີ່ມທະວີການທາບທາມຄວາມເຫັນ, ແລກປ່ຽນບົດຮຽນ, ສົມທົບກັນໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ຄຽງຂ້າງການເພີ່ມທະວີການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍ ເຫັນດີມານະພະຍາຍາມຍົກສູງລະດັບ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດໃຫ້ສົມກັບການພົວພັນດ້ານການເມືອງ, ຍູ້ແຮງການຍົກສູງວົງເງິນການຄ້າສອງສົ້ນ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງເສດຖະກິດ, ໃນນັ້ນ ສຸມໃສ່ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດ, ສ້າງກຳລັງໜູນໃໝ່ເປີດກວ້າງໄລຍະຮ່ວມມືໃໝ່ຢ່າງມີປະສິດທິຜົນ, ແທດຈິງເພື່ອຜົນປະໂຫຍດຂອງສອງປະເທດ.
ໂດຍ: ຈາງຫງວຽນ