ສອງຝ່າຍເຫັນດີຖືວ່າ ການພົວພັນຫວຽດນາມ - ຈີນ ໄດ້ພັດທະນາຢ່າງກະໂດດຂັ້ນໃນໄລຍະຜ່ານມາ. ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການເພີ່ມທະວີ, ການແລກປ່ຽນຍຸດທະສາດຂັ້ນສູງຢ່າງໃກ້ຊິດ, ກົນໄກຮ່ວມມືນັບມື້ນັບຮອບດ້ານ, ການຮ່ວມມືພັດທະນາຢ່າງແທດຈິງ ແລະແຂງແຮງ, ພື້ນຖານມິດຕະພາບໄດ້ຮັບການປັບປຸງຢ່າງເຂັ້ມແຂງກວ່າອີກ. ໃນນັ້ນ, ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ກາຍເປັນເສົາຄ້ຳທີ່ສຳຄັນ. ທ່ານ Zhao Leji ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະລົງເລິກການຮ່ວມມືແທດຈິງກັບຫວຽດນາມ, ເປີດປະຕູຕະຫຼາດໃຫ້ແກ່ສິນຄ້າທີ່ມີຄຸນນະພາບສູງຂອງຫວຽດນາມ; ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ເປັນຕົ້ນແມ່ນດ້ານພື້ນຖານໂຄງລ່າງ, ຄົມມະນາຄົມ, ພ້ອມທັງກະກຽມໃຫ້ແກ່ການກໍ່ສ້າງເສັ້ນທາງລົດໄຟທີ່ເຊື່ອມຕໍ່ລະຫວ່າງສອງປະເທດເປັນຢ່າງດີ ແລະເຂັ້ມແຂງ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: qdnd.vn

ໃນບັນຍາກາດແຫ່ງຄວາມຈິງໃຈ, ກົງໄປກົງມາ ແລະຄວາມໄວ້ເນື້ອເຊື່ອໃຈ, ສອງຝ່າຍເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງມີປະສິດທິຜົນ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ແບ່ງປັນຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

*ຕອນເຊົ້າວັນດຽວກັນ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ (CPP), ປະທານສະພາສູງກໍາປູເຈຍ ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາຂອງຫວຽດນາມ ຄົບຮອບ 80 ປີ.

ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບນັບຖືຢ່າງສູງນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງຫວຽດນາມ - ກໍາປູເຈຍ ແລະຫວຽດນາມ - ກໍາປູເຈຍ - ລາວ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ, ພັດທະນາປະເທດຊາດໃນປັດຈຸບັນ; ເນັ້ນໜັກວ່າ ການພົວພັນມິດຕະພາບນີ້ແມ່ນຊັບສິນລວມອັນລ້ຳຄ່າຂອງສອງປະເທດ ແລະສາມປະເທດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການມີໜ້າຂອງຄະນະຜູ້ແທນຂັ້ນສູງກຳປູເຈຍ ແລະລາວ, ກຳລັງປະກອບອາວຸດຂອງສອງປະເທດ ໄດ້ສວນສະໜາມ, ເດີນຂະບວນຮ່ວມກັນຢູ່ສະໜາມຫຼວງບາດິ່ງ ແມ່ນການລະດົມກໍາລັງໃຈ, ການສະໜັບສະໜູນອັນໃຫຍ່ຫຼວງສໍາລັບຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພົບປະກັບທ່ານ ຮຸນແຊນ ປະທານພັກປະຊາຊົນກຳປູເຈຍ (CPP), ປະທານສະພາສູງກໍາປູເຈຍ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ທ່ານ ຮຸນແຊນ ເອົາໃຈໃສ່, ສະໜັບສະໜູນລັດຖະບານສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາກົນໄກຮ່ວມມື ຄື: ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ, ເຕັກນິກ ແລະກອງປະຊຸມຮ່ວມມື ແລະພັດທະນາບັນດາແຂວງຊາຍແດນ ຄັ້ງທີ 13 ຢູ່ ກຳປູເຈຍ ໃນໄຕມາດທີ IV ປີ 2025, ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກໍາປູເຈຍ ຄ້ັງທີ 2, ສົມທົບກັບລາວ ຈັດຕັ້ງການພົບປະປະຈໍາປີລະຫວ່າງສາມລັດຖະມົນຕີປ້ອງກັນປະເທດ ຫວຽດນາມ - ກໍາປູເຈຍ - ລາວ ໃນປີ 2025 ເປັນຢ່າງດີ.

ໂດຍ: ຈາງຫງວຽນ