ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບສະມາຄົມມິດຕະພາບ ລາວ-ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 1 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຫວຽດນາມ ນໍາໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ເນື່ອງໃນໂອກາດຄະນະມາຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ.
    |
 |
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ |
ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິແທັງ ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ-ລາວ ສືບຕໍ່ສົມທົບຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວດ້ວຍຮູບການ, ເນື້ອໃນອຸດົມສົມບູນ, ຫຼາຍຮູບແບບແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ແລະເພີ່ມທະວີການພົວພັນຮ່ວມມື, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ. ຄຽງຂ້າງນັ້ນ, ຕ້ອງສົມທົບກັນສ້າງກຳນົດທິດໃນຍຸກສະໄໝໃໝ່, ປະກອບສ່ວນຜັນຂະຫຍາຍບັນດາໂຄງການ, ແຜນການ, ຂໍ້ຕົກລົງທີ່ໄດ້ລົງນາມ, ຖະແຫຼງການຮ່ວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ; ຍົກສູງປະສິດທິຜົນ ແລະລັກສະນະແທດຈິງຂອງການເຄື່ອນໄຫວຮ່ວມມື, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນເພື່ອພັດທະນາ; ຈັດຕັ້ງການເຄື່ອນໄຫວໂຄສະນາສຶກສາໃຫ້ລຸ້ນໜຸ່ມສອງປະເທດກ່ຽວກັບມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.
ສ່ວນທ່ານ ບໍ່ວຽງຄຳ ວົງດາລາ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາພາລະບົດບາດ, ໜ້າທີ່ຂອງຕົນໃຫ້ເປັນຢ່າງດີກວ່າອີກ, ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຂອງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ