ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຕ້ອນຮັບຮອງປະທານພັກສັງຄົມນິຍົມເອກະພາບ ເວເນຊູເອລາ
ກປ.ອອນໄລ - ຕອນບ່າຍວັນທີ 2 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກີມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Jesus Faria, ຮອງປະທານພັກສັງຄົມນິຍົມເອກະພາບ ເວເນຊູເອລາ ກໍາອໍານາດ (PSUV) ນໍາໜ້າຄະນະຜູ້ແທນພັກ PSUV ແລະລັດຖະບານ ເວເນຊູເອລາ ເຂົ້າຮ່ວມພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2-9-1945 / 2-9-2025).
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ເຈິ່ນເກີມຕູ ໄດ້ຕີລາຄາສູງເລື່ອງພັກ PSUV ແລະລັດຖະບານ ເວເນຊູເອລາ ໄດ້ຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມສອງພິທີສະເຫຼີມສະຫຼອງສໍາຄັນຍິ່ງຂອງພັກ, ລັດ ແລະປະຊາຊົນຫວຽດນາມ. ນີ້ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງ, ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະສະໜິດຕິດພັນລະຫວ່າງສອງພັກ ແລະການສະໜັບສະໜູນອັນລ້ຳຄ່າຂອງພັກ, ລັດ ແລະປະຊາຊົນເວເນຊູເອລາ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ.
ທ່ານ ເຈິ່ນເກີມຕູ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜ່ານບັນດາຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ ແລະພົບປະແລກປ່ຽນປະຊາຊົນ; ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາຜະລິດຕະພັນທີ່ເຂັ້ມແຂງຂອງສອງປະເທດເຂົ້າເຖິງຕະຫຼາດຂອງກັນ ເພື່ອເພີ່ມທະວີວົງເງິນການຄ້າສອງຝ່າຍ; ຊຸກຍູ້ການຮ່ວມມືດ້ານການລົງທຶນໃນຂົງເຂດພະລັງງານ, ໂທລະຄົມມະນາຄົມ, ກະສິກຳ, ວັດຖຸກໍ່ສ້າງ ແລະອື່ນໆ.
ທ່ານ Jesus Faria ຮອງປະທານພັກ PSUV ຂອບອົກຂອບໃຈພັກ, ລັດ ແລະປະຊາຊົນຫວຽດນາມ ກ່ຽວກັບນໍ້າໃຈສາມັກຄີ, ການຊ່ວຍເຫຼືອອັນລໍ້າຄ່າໃຫ້ປະຊາຊົນເວເນຊູເອລາ, ຢືນຢັນວ່າ ເວເນຊູເອລາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ ເພື່ອປະກອບສ່ວນໃຫ້ແກ່ພາລະກິດພັດທະນາຢູ່ແຕ່ລະປະເທດ ຢ່າງມີປະສິດທິຜົນ.
ໂດຍ: ໄຊນີດາ