ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢືນຢັນວ່າ ການມີໜ້າຂອງທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາຂອງຫວຽດນາມ ຄົບຮອບ 80 ປີ ໄດ້ສະແດງໃຫ້ເຫັນອາລົມຈິດສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງປະເທດ.

ທ່ານ ທອງລຸນ ສີສຸລິດ ສະແດງຄວາມເປັນກຽດໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງທີ່ສຳຄັນຍິ່ງຂອງຫວຽດນາມ ໃນໂອກາດວັນທີ 2 ກັນຍາ; ຢືນຢັນວ່າ ລາວ ຈະສືບຕໍ່ມານະພະຍາຍາມຮັກສາ ແລະເສີມຂະຫຍາຍການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: VGP

ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາຂົງເຂດຮ່ວມມືລະອຽດ, ການນຳສອງທ່ານ ເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນອັນດີງາມທີ່ບັນລຸໄດ້ໃນການຢ້ຽມຢາມຂັ້ນສູງທີ່ຜ່ານມາ,  ສົມທົບກັນສ້າງກົນໄກ, ນະໂຍບາຍບຸລິມະສິດ, ສົ່ງເສີມການຄ້າຊາຍແດນ, ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນ; ເພີ່ມທະວີການຮ່ວມມືໃນຂົງເຂດຂຸດຄົ້ນ ແລະສຳຫຼວດແຮ່ທາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການຫັນເປັນດີຈີຕອນ.

ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນທັດສະນະກ່ຽວກັບບັນຫາທີ່ມີຄວາມໝາຍຍຸດທະສາດ ສໍາລັບຜົນປະໂຫຍດຂອງສອງປະເທດ; ສືບຕໍ່ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນການຮ່ວມມືໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະສະຫະປະຊາຊາດ; ຍາດແຍ່ງແຫຼ່ງກໍາລັງຂອງບັນດາຄູ່ຮ່ວມມືສາກົນທີ່ເໝາະສົມຢ່າງສຸດຂີດເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ກໍ່ຄືການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ