ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຈຸດປະສົງ, ຄວາມໝາຍ ແລະຄວາມສຳຄັນຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງພະມະຫາກະສັດ ບູຖານ?
ທ່ານ ຫງວຽນແທັງຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຄວບຕໍາແໜ່ງ ເນປານ ແລະ ບູຖານ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ພະມະຫາກະສັດບູຖານ Jigme Khesar Namgyel Wangchuck ແລະ ພະລາຊີນີ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 18-22 ສິງຫາ 2025. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນທີ່ສຸດ, ມີລັກສະນະປະຫວັດສາດ, ເປັນການຢ້ຽມຢາມຫວຽດນາມ ຄັ້ງທຳອິດ ຂອງພະມະຫາກະສັດບູຖານ ພາຍຫຼັງ 13 ປີ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 2012.
ການຢ້ຽມຢາມສະແດງໃຫ້ເຫັນການຖືເປັນສໍາຄັນຂອງບູຖານ ຕໍ່ກັບການພັດທະນາຢ່າງແຂງແຮງຂອງຫວຽດນາມ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງແນວທາງການພົວພັນຕ່າງປະເທດຂອງຫວຽດນາມ, ນັ້ນແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບບັນດາປະເທດເປັນຫຼາຍຮູບຫຼາຍແບບບ, ຫຼາຍຝ່າຍ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ.
ການຢ້ຽມຢາມແມ່ນໂອກາດສຳຄັນເພື່ອວາງອອກທິດທາງຮ່ວມມື ແລະກໍານົດສາຍພົວພັນລະຫວ່າງສອງປະເທດ. ໃນຂອບເຂດການຢ້ຽມຢາມ, ການນຳຂອງສອງປະເທດຈະປຶກສາຫາລື, ກໍານົດທິດໃຫ້ແກ່ການພົວພັນສອງຝ່າຍ ແລະກຳນົດບັນດາຂົງເຂດຮ່ວມມືຈຸດສຸມໃນໄລຍະຈະມາເຖິງ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງປະເທດແລກປ່ຽນບົດຮຽນໃນການຄຸ້ມຄອງປະເທດຊາດ, ພັດທະນາເສດຖະກິດ - ສັງຄົມ ໄປຄຽງຄູ່ກັບການຍົກສູງສະຫວັດດີການຂອງປະຊາຊົນ, ຮັກສາສີສັນວັດທະນະທຳ ແລະ ປົກປັກຮັກສາສິ່ງແວດລ້ອມ.
    |
 |
ທ່ານ ຫງວຽນແທັງຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຄວບຕໍາແໜ່ງເນປານ ແລະ ບູຖານ. ພາບ: ສໍານັກຂ່າວສານຫວຽດນາມ |
ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຈະເປີດໄລຍະການຮ່ວມມືໃໝ່, ປະກອບສ່ວນນໍາການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ບູຖານ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.
ນັກຂ່າວ: ຂໍໃຫ້ທ່ານທູດ ແບ່ງປັນຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ - ບູຖານ ນັບແຕ່ສ້າງຕັ້ງການພົວພັນທາງການທູດໃນປີ 2012 ເປັນຕົ້ນມາ?
ທ່ານ ຫງວຽນແທັງຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຄວບຕໍາແໜ່ງ ເນປານ ແລະ ບູຖານ: ຫວຽດນາມ ແລະບູຖານ ສ້າງຕັ້ງການພົວພັນທາງການທູດໃນເດືອນມັງກອນປີ 2012. ນັບແຕ່ນັ້ນມາຮອດປັດຈຸບັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໄດ້ພັດທະນາຢ່າງຕັ້ງໜ້າ. ການນຳສອງປະເທດໄດ້ແລກປ່ຽນຈົດໝາຍ, ໂທລະເລກ ເນື່ອງໃນໂອກາດສຳຄັນຂອງສອງປະເທດຢ່າງເປັນປະຈຳ. ເລື່ອງຫວຽດນາມ ແລະບູຖານ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດພາຍຫຼັງສ້າງຕັ້ງການພົວພັນທາງການທູດໂດຍໄວ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນສອງຝ່າຍ. ສອງປະເທດຍັງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ.
ການຮ່ວມມືດ້ານການທ່ອງທ່ຽວແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ຊາວຫວຽດນາມຫຼາຍຄົນ ໄດ້ໄປທ່ອງທ່ຽວຢູ່ບູຖານ ເຊິ່ງເປັນປະເທດທີ່ມີຊື່ສຽງ ໂດຍຖືເອົາດັດຊະນີແຫ່ງຄວາມຜາສຸກ ເພື່ອວັດແທກການພັດທະນາ, ເປັນສະຖານທີ່ທີ່ມີທິວທັດທຳມະຊາດສວຍງາມ ພ້ອມກັບສະຖານທີ່ເຄື່ອນໄຫວທາງພຸດທະສາສະໜາຫຼາຍແຫ່ງ. ພ້ອມກັນນັ້ນ, ມີຊາວບູຖານ ນັບມື້ນັບຫຼາຍຄົນມາທ່ຽວຢູ່ຫວຽດນາມ ເພື່ອຄົ້ນຫາປະເທດຊາດ ແລະຊາວຫວຽດນາມ. ເລື່ອງບໍລິສັດການບິນບູຖານ ເປີດສາຍການບິນໄປກັບໃນປີ 2025 ໄດ້ປະກອບສ່ວນສຳຄັນຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ ບູຖານ ທີ່ມາຫວຽດນາມ.
ເຖິງວ່າການຮ່ວມມືດ້ານການລົງທຶນ ແລະການຄ້າຍັງຈໍາກັດກໍ່ຕາມ, ແຕ່ວ່າກໍມີວິສາຫະກິດຫວຽດນາມ ຫຼາຍແຫ່ງ ມາດຳເນີນທຸລະກິດ ແລະລົງທຶນຢູ່ບູຖານ. ປະຈຸບັນ, ຫວຽດນາມ ມີໜຶ່ງໂຄງການລົງທຶນທີ່ຈົດທະບຽນຢູ່ບູຖານ ເຊິ່ງເຄື່ອນໄຫວໃນຂົງເຂດເຄື່ອງເຟີນີເຈີ ແລະກໍ່ສ້າງ. ດ້ວຍການພັດທະນາຢ່າງແຂງແຮງຂອງຫວຽດນາມ ແລະ ບູຖານ, ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອນໍາການຮ່ວມມືໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າອີກ.
ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, ຫວຽດນາມ ແລະ ບູຖານ ຄວນເຮັດຫຍັງແດ່ເພື່ອເພີ່ມທະວີການຮ່ວມມື, ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ?
ທ່ານ ຫງວຽນແທັງຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ຄວບຕໍາແໜ່ງ ເນປານ ແລະບູຖານ: ຫວຽດນາມ ແລະ ບູຖານ ມີຄວາມສະດວກຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ:
ທີໜຶ່ງ, ສອງປະເທດຄວນແບ່ງປັນຄວາມເຊື່ອຖື, ເຫຼື້ອມໃສທາງພຸດທະສາສະໜາ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການທ່ອງທ່ຽວ, ໃນນັ້ນມີການທ່ອງທ່ຽວທາງດ້ານຈິດວິນຍານ.
ທີສອງ, ສອງປະເທດຄວນແບ່ງປັນທິດສະດີໃນການພັດທະນາປະເທດຊາດ. ໃນຂະນະທີ່ ບູຖານ ນຳໃຊ້ດັດຊະນີແຫ່ງຄວາມຜາສຸກແຫ່ງຊາດ ເພື່ອວັດແທກການພັດທະນາ, ຫວຽດນາມ ກໍຖືປະຊາຊົນແມ່ນໃຈກາງຂອງການພັດທະນາ. ທັງສອງປະເທດ ລ້ວນແຕ່ຖືການເຕີບໂຕດ້ານເສດຖະກິດໄປຄຽງຄູ່ກັບການຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ, ປົກປັກຮັກສາສິ່ງແວດລ້ອມ ແລະຊຸກຍູ້ການພັດທະນາບັນດາຂົງເຂດທີ່ນຳມາເຊິ່ງສະຫວັດດີການໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນການສຶກສາ ແລະ ສາທາລະນະສຸກ.
ທີສາມ, ທັງຢູ່ຫວຽດນາມ ແລະບູຖານ ພວມດຳເນີນການປ່ຽນແປງໃໝ່ຢ່າງແຂງແຮງເພື່ອພັດທະນາ, ເພື່ອເພີ່ມຄວາມຕ້ອງການຮ່ວມມືສາກົນ. ພິເສດ, ບູຖານ ປາດຖະໜາຢາກໃຫ້ວິສາຫະກິດ ແລະ ກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ລົງທຶນເຂົ້າໂຄງການນະຄອນ Gelephu (GMC), ເຊິ່ງເປັນເຂດບໍລິຫານພິເສດທີ່ກຳລັງກໍ່ສ້າງ ດ້ວຍນະໂຍບາຍບຸລິມະສິດ ແລະເປີດເຜີຍຫຼາຍຢ່າງ, ສົມທົບລະຫວ່າງເປົ້າໝາຍເຕີບໂຕສີຂຽວ, ກົມກຽວກັບທຳມະຊາດ, ນຳເອົາວັດທະນາຖາວອນ ແລະຄວາມສະຫງົບສຸກມາໃຫ້ປະຊາຊົນ. ລັດຖະບານບູຖານ ກໍ່ມີຄວາມສົນໃຈກ່ຽວກັບບົດຮຽນໃນການພັດທະນາກະສິກໍາ, ການປຸງແຕ່ງທັນຍາຫານ, ການປູກລ້ຽງສິນໃນນໍ້າຈືດ ແລະການຜະລິດອຸປະກອນໄຟຟ້າຂອງຫວຽດນາມ; ປາດຖະໜາຢາກໃຫ້ວິສາຫະກິດຫວຽດນາມ ສົນໃຈລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາໄຟຟ້ານ້ຳຕົກຢູ່ ບູຖານ.
ເພີ່ມທະວີການຮ່ວມມື ແລະ ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ, ຂ້າພະເຈົ້າ ຖືວ່າ ສອງຝ່າຍຄວນສ້າງຂອບເຂດ ແລະກົນໄກຮ່ວມມືໃນທຸກຂົງເຂດ. ຫວຽດນາມ ແລະບູຖານ ຕ້ອງເພີ່ມທະວີການເຊື່ອມຕໍ່ທາງການບິນ, ເປັນຕົ້ນແມ່ນຄວນສ້າງສາຍການບິນໂດຍກົງລະຫວ່າງສອງປະເທດ, ຜ່ານນັ້ນສ້າງຄວາມສະດວກໃຫ້ແກ່ການໄປມາຂອງປະຊາຊົນ ແລະວິສາຫະກິດຂອງສອງປະເທດ. ສອງຝ່າຍຄວນຍູ້ແຮງການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເປັນຕົ້ນແມ່ນກາລະໂອກາດຮ່ວມມືດໍາເນີນທຸລະກິດ.
ນັກຂ່າວ: ຂໍຂອບໃຈທ່ານທູດຫຼາຍໆ!
ໂດຍ: ທູຈາງ