ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ອິນເດຍ ທີ 15 ສິງຫາ, ທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ ໄດ້ມີບົດຂຽນແນະນຳບັນດາຜົນງານດ້ານເສດຖະກິດ-ສັງຄົມອັນພົ້ນເດັ່ນຂອງອິນເດຍ ໃນໄລຍະທາງພັດທະນາ 79 ປີ ແຫ່ງວັນສະຖາປະນາ, ກໍ່ຄື 7 ທົດສະວັດແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນແໜ້ນແຟ້ນກັບຫວຽດນາມ, ຢັ້ງຢືນຄວາມຕັດສິນໃຈນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອິນເດຍ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງຂີດໝາຍການພັດທະນາຂອງສອງປະເທດ ໃນປີ 2047 ແລະ 2045.
    |
 |
ທ່ານ Sandeep Arya ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານເອກອັກຄະລັດຖະທູດແລ້ວ, ວັນຊາດຂອງອິນເດຍ ໃນປີນີ້ກໍ່ແມ່ນຂີດໝາຍສະເຫຼີມສະຫຼອງ 75 ປີຂອງລັດຖະທຳມະນູນອິນເດຍ. ອິນເດຍ ພວມສະເຫຼີມສະຫຼອງດ້ວຍພື້ນຖານການເມືອງທີ່ໝັ້ນຄົງ, ການເຕີບໂຕເສດຖະກິດທີ່ໝັ້ນທ່ຽງ ແລະການພັດທະນາສັງຄົມນັບມື້ນັບສູງຂອງປະເທດທີ່ມີປະຊາຊົນຫຼາຍທີ່ສຸດໃນໂລກ.
ກອງທຶນເງິນຕາສາກົນ (IMF) ໄດ້ຍົກລະດັບຄາດຄະເນການເຕີບໂຕ GDP ຕົວຈິງຂອງອິນເດຍ ຂຶ້ນເປັນ 6,7% ໃນປີ 2025 ໃນບົດລາຍງານອັບເດດກ່ຽວກັບແງ່ຫວັງເສດຖະກິດໂລກ, ໃນຂະນະທີ່ອັດຕາເງິນເຟີ້ໄດ້ຫຼຸດລົງຢູ່ລະດັບຕໍ່າ 2,1%.
ໃນປີນີ້, ອັດຕາການຜະລິດໄຟຟ້າຈາກແຫຼ່ງພະລັງງານທີ່ບໍ່ແມ່ນຟອດຊິວຂອງອິນເດຍ ໄດ້ລື່ນກາຍເປົ້າໝາຍ 50% ຂອງກຳລັງການຜະລິດໄຟຟ້າທັງໝົດ. ຊາວອິນເດຍ 900 ລ້ານຄົນໄດ້ຮັບຜົນປະໂຫຍດຈາກການປະກັນຊີວິດສັງຄົມ, ໂຄງການປະກັນສຸຂະພາບຂອງອິນເດຍ ທີ່ໃຫຍ່ທີ່ສຸດໃນໂລກ ກວມເອົາ 580 ລ້ານຄົນ.
ໃນເດືອນແລ້ວນີ້, ອິນເດຍ ໄດ້ສະເຫຼີມສະຫຼອງນັກບິນອາວະກາດຄົນທຳອິດຂອງຕົນທີ່ເຮັດວຽກຢູ່ສະຖານີອາວະກາດນາໆຊາດ, ໃນຂະນະທີ່ອົງການຄົ້ນຄວ້າອະວະກາດອິນເດຍ (ISRO) ພວມກ້າວໄປສູ່ພາລະກິດເພື່ອປະຕິບັດການບິນຂຶ້ນສູ່ອະວະກາດທີ່ມີຄົນຂັບຜູ້ທຳອິດຂອງອິນເດຍ ພັດທະນາໃນປີ 2027.
ອິນເດຍ ຮັບຮູ້ຈໍານວນການເຮັດທຸລະກໍາດີຈີຕອນຕາມເວລາຕົວຈິງໃນແຕ່ລະມື້ແມ່ນຫຼາຍທີ່ສຸດໃນໂລກ. ມູນເຊື້ອ ແລະເຕັກໂນໂລຢີຂະໜານຄຽງຄູ່ກັນໄປຢູ່ ອິນເດຍ, ໄດ້ສ່ອງແສງໃຫ້ເຫັນຢູ່ໃນພື້ນຖານວັດທະນະທໍາ ແລະມໍລະດົກທີ່ອຸດົມສົມບູນຂອງປະເທດ.
ເມື່ອເຕື້ອງເຖິງການພົວພັນຮ່ວມມືລະຫວ່າງອິນເດຍ-ຫວຽດນາມ, ທ່ານ Sandeep Arya ໄດ້ອວຍພອນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະໃກ້ຈະມາເຖິງນີ້ແມ່ນສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນ ສິງຫາ ແລະວັນຊາດ 2 ກັນຍາ.
ທ່ານເອກອັກຄະລັດຖະທູດ ຂຽນວ່າ: “ຂ້າພະເຈົ້າ ຕີລາຄາສູງຕໍ່ວິວັດການພັດທະນາອັນໃຫຍ່ຫຼວງ, ການເຕີບໂຕທີ່ໜ້າປະທັບໃຈ ແລະເສັ້ນທາງພັດທະນາກ້າວຂຶ້ນຂອງຫວຽດນາມ”.
ທ່ານເອກອັກຄະລັດຖະທູດ ຖືວ່າ: ວົງໂຄຈອນພັດທະນາອັນດີງາມຂອງອິນເດຍ ແລະຫວຽດນາມ ແມ່ນມຸ່ງໄປເຖິງເປົ້າໝາຍ “ອິນເດຍ ພັດທະນາ @ 2047” ແລະວິໄສທັດຫວຽດນາມ 2045. ອິນເດຍ ຫວັງວ່າການພົວພັນຄູ່ຮ່ວມມືທີ່ແໜ້ນແຟ້ນໃນ 7 ກວ່າ ທົດສະວັດລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຢ່າງແຂງແຮງ, ປະກອບສ່ວນເຂົ້າໃນເປົ້າໝາຍຂອງສອງປະເທດໃນອະນາຄົດ.
ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ປະຊາຊົນແມ່ນໃຈກາງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ອິນເດຍ-ຫວຽດນາມ. ປີນີ້ແມ່ນປີພິເສດສຳລັບສາຍພົວພັນ ໂດຍປະຊາຊົນສອງປະເທດຊຸກຍູ້.
ຕາມນັ້ນແລ້ວ, ພະພຸດທະຮູບທີ່ສັກສິດຈາກອິນເດຍ ໄດ້ດຶງດູດພົນລະເມືອງຫວຽດນາມ ກວ່າ 15% ມາກາບໄຫວ້ພາຍໃນ 1 ເດືອນ. ວັນ ໂຍຄະສາກົນ 2025 ແມ່ນກົງກັບໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງດ້ວຍຫົວຂໍ້ “ໂລກດຽວ, ສຸຂະພາບດຽວ” ໄດ້ຈັດຂຶ້ນຢູ່ 43 ແຫ່ງໃນທົ່ວປະເທດຫວຽດນາມ ໃນເດືອນມິຖຸນາ ແລະເດືອນກໍລະກົດ. ງານມະໂຫລານຮູບເງົາອິນເດຍ ກໍ່ດໍາເນີນຢູ່ 31 ສະຖານທີ່ຢູ່ຫວຽດນາມ ໃນປີນີ້.
    |
 |
ຄວາມງາມຂອງນະຄອນດ່າໜັງ ໄດ້ເອົາເຂົ້າສະແດງໃນໜັງ “Love in Vietnam”. ພາບ: ສໍານັກຂ່າວສານຫວຽດນາມ |
ການພົວພັນພົບປະແລກປ່ຽນປະຊາຊົນໄດ້ເປີດກວ້າງໂດຍຜ່ານການໃຫ້ທຶນສຶກສາ ແລະກໍ່ສ້າງ 200 ກວ່າທຶນຢູ່ອິນເດຍ, ໄລຍະທີ 2 ຂອງໂຄງການບູລະນະມໍລະດົກໂລກໝີເຊີນ ພວມດຳເນີນ, ໄດ້ສ້າງສະຖິຕິໃໝ່ໃນການທ່ອງທ່ຽວສອງຝ່າຍ (ໃນປີ 2024 ມີຊາວອິນເດຍ 500.000 ຄົນ ແລະຫວຽດນາມ ກວ່າ 54.000 ຄົນໄດ້ຢ້ຽມຢາມເຊິ່ງກັນ ແລະກັນ), 7 ນະຄອນຂອງອິນເດຍ ມີຖ້ຽວບິນໂດຍກົງກັບ 3 ນະຄອນຂອງຫວຽດນາມ, ງານສາຍຮູບເງົາ Bollywood ທົ່ວໂລກ “Love in Vietnam” ໄດ້ຈັດຢູ່ນະຄອນດ່າໜັງ ໃນເດືອນຜ່ານມາ, ການເຄື່ອນໄຫວພົບປະແລກປ່ຽນສອງສົ້ນຂອງຄະນະສິລະປະ ແລະຫຼາຍການເຄື່ອນໄຫວອື່ນອີກ.
ການພົວພັນດ້ານການຄ້າ, ການລົງທຶນ ແລະການດຳເນີນທຸລະກິດກໍ່ນັບມື້ນັບເຕີບໂຕ, ດ້ວຍວົງເງິນການຄ້າໃນແຕ່ລະປີ 15 ຕື້ໂດລາສະຫະລັດ, ບັນດາວິສາຫະກິດອິນເດຍ ພວມເປີດກວ້າງການລົງທຶນຢູ່ຫວຽດນາມ ແລະບັນດາໂຄງການໃໝ່ກໍ່ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ. ສິບມື້ກ່ອນນີ້, VinFast ໄດ້ເປີດສະຫຼອງໂຮງງານປະກອບລົດໄຟຟ້າຢູ່ອິນເດຍ, ເຊິ່ງເປັນໂຮງງານຜະລິດແຫ່ງທຳອິດຍີ່ຫໍ້ຫວຽດນາມ ຢູ່ຕ່າງປະເທດ. ການກວດກາຄືນສັນຍາການຄ້າສິນຄ້າ ອາຊຽນ-ອິນເດຍ ທີ່ໄດ້ລົງນາມໃນປີ 2009 ພວມໄດ້ຜັນຂະຫຍາຍ, ມຸ່ງໄປເຖິງກົນໄກທີ່ເປັນມິດ ແລະມີຄວາມສະດວກກວ່າໃຫ້ແກ່ການຊຸກຍູ້ດ້ານການຄ້າ.
ການຮ່ວມມືດ້ານປ້ອງຊາດ-ປ້ອງກັນຄວາມສະຫງົບແມ່ນດ້ານໜຶ່ງທີ່ສໍາຄັນຂອງການພົວພັນສອງຝ່າຍ. ບັນດາການເຄື່ອນໄຫວບໍາລຸງສ້າງ, ການເຈລະຈາລະຫວ່າງບັນດານາຍທະຫານກອງທັບ, ຢ້ຽມຢາມກໍາປັ່ນ, ການເຈລະຈານະໂຍບາຍ ແລະບັນດາໂຄງການຮ່ວມມື... ພວມເພີ່ມພູນຄູນສ້າງການພົວພັນດ້ານປ້ອງກັນຊາດຢ່າງແໜ້ນແຟ້ນ. ການເຈລະຈາດ້ານຄວາມໝັ້ນຄົງໃນແຕ່ລະປີແມ່ນຈັດຂຶ້ນໃນເດືອນສິງຫາ ກ່ອນໜ້ານັ້ນແມ່ນໄດ້ກໍານົດບັນດາຂົງເຂດຮ່ວມມືໃໝ່ຕື່ມອີກລະຫວ່າງອົງການປ້ອງກັນຄວາມສະຫງົບຂອງສອງປະເທດ.
ແຜນການກະທໍາປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2024-2028 ເຊິ່ງລັດຖະມົນຕີການຕ່າງປະເທດສອງປະເທດ ໄດ້ລົງນາມໃນປີ 2024 ໃນການຢ້ຽມຢາມທາງລັດຖະກິດ ຢູ່ອິນເດຍ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກຳລັງກຳນົດທິດການຮ່ວມມືສອງຝ່າຍ. ເດືອນກັນຍາ 2024, ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ແລະທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມມູນິດຫວຽດນາມ ໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືສອງຝ່າຍ.
ທາບທາມຄວາມເຫັນດ້ານການເມືອງ ຄັ້ງທີ 13 ແລະການເຈລະຈາຍຸດທະສາດ ຄັ້ງທີ 10 ຂັ້ນຮອງລັດຖະມົນຕີການຕ່າງປະເທດໃນເດືອນ ມິຖຸນາ 2025 ໄດ້ກວດກາຄືນຄວາມຄືບໜ້າການພົວພັນຄູ່ຮ່ວມມື. ການແລກປ່ຽນສອງຝ່າຍຢູ່ຂັ້ນລັດຖະບານ, ສະພາແຫ່ງຊາດ, ພັກ, ທ້ອງຖິ່ນ, ວິສາຫະກິດ, ສະມາຄົມມິດຕະພາບ, ຄະນະຊາວໜຸ່ມ, ມະຫາວິທະຍາໄລ, ນັກຮຽນຮູ້... ໄດ້ເຮັດໃຫ້ການພົວພັນລະຫວ່າງສອງປະເທດອຸດົມສົມບູນກວ່າອີກ. ສອງປະເທດພວມສືບຕໍ່ຊອກຫາວິທີການໃໝ່ເພື່ອເພີ່ມທະວີການພົວພັນລະຫວ່າງສອງຝ່າຍ; ເຕັກໂນໂລຢີ ແລະນໍາໃຊ້ດີຈີຕອນແມ່ນຂົງເຂດບຸລິມະສິດໃໝ່.
ດ້ວຍບັນດາໝາກຜົນທີ່ບັນລຸໄດ້ຢູ່ຂ້າງເທິງນັ້ນ, ທ່ານເອກອັກຄະລັດຖະທູດ ສະແດງຄວາມເຊື່ອໝັ້ນວ່າ ການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອິນເດຍ-ຫວຽດນາມ ຈະຂຶ້ນສູ່ລະດັບສູງໃໝ່ໃນຊຸມປີຈະມາເຖິງ, ເມື່ອສອງປະເທດພ້ອມກັນກ້າວເດີນໄປຂ້າງໜ້າຢ່າງມີຈຸດສຸມ ແລະຕັດສິນໃຈສູງ.
ໂດຍ: ໄຊນີດາ