ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ປະກອບສ່ວນເຂົ້າໃນຄວາມສັນຕິພາບ, ຄວາມຈະເລີນຮຸ່ງເຮືອງຂອງອາຊຽນ
ກປ.ອອນໄລ - ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ເປີດກວ້າງການຮ່ວມມື ຫວຽດນາມ - ສ.ເກົາຫຼີ, ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການປ້ອງກັນຄວາມສະຫງົບ, ເສດຖະກິດ ແລະການເຊື່ອມໂຍງຂອງອາຊຽນ.
ໝາກຜົນຂອງການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການປ້ອງກັນຄວາມສະຫງົບ ແລະເສດຖະກິດຂອງອາຊຽນ. ນີ້ແມ່ນຂໍ້ສັງເກດຂອງທ່ານ Collins Chong Yew Keat ນັກວິເຄາະດ້ານການປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ທີ່ມາຈາກມະຫາວິທະຍາໄລ Malaya (ມາເລເຊຍ) ກ່ຽວກັບການຢ້ຽມຢາມທາງລັດຖະກິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 10-13 ເດືອນສິງຫາ.
    |
 |
ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ຕ້ອນຮັບ ແລະພົບປະເຈລະຈາກັບທ່ານ ໂຕເລິມ ເລຂາທິການໃຫຍ່. ພາບ: vov.vn |
ຕາມທ່ານ Collins Chong Yew Keat ແລ້ວ, ຜ່ານການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໄດ້ຮັບບາດກ້າວບຸກທະລຸ, ຮອບດ້ານໃນຂົງເຂດການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດເຕັກໂນໂລຢີ ແລະການພົບປະແລກປ່ຽນປະຊາຊົນ. ໝາກຜົນຂອງການຢ້ຽມຢາມດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການປ້ອງກັນຄວາມສະຫງົບ ແລະເສດຖະກິດຂອງອາຊຽນ. ໃນນັ້ນ, ຂົງເຂດການປ້ອງກັນຄວາມສະຫງົບ, ການຮ່ວມມືຢ່າງແຮງລະຫວ່າງ ຫວຽດນາມ - ສ.ເກົາຫຼີ ຈະປັບປຸງບັນດາການເຊື່ອມຕໍ່ການພົວພັນຕ່າງປະເທດຂອງ ອາຊຽນ, ພິເສດແມ່ນບັນດາຂົງເຂດຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ຄື: ຄວາມປອດໄພທາງທະເລ, ຄວາມສາມາດຕ້ານດິນຟ້າອາກາດ ແລະການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.
ກ່ຽວກັບດ້ານເສດຖະກິດ, ການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ ປັບປຸງການເຊື່ອມໂຍງຂອງອາຊຽນ ໂດຍຜ່ານການຍູ້ໄວບັນດາໂຄງການພື້ນຖານໂຄງລ່າງ, ພະລັງງານ ແລະການເຊື່ອມຕໍ່ເຕັກນິກດີຈີຕອນ, ເພີ່ມເຕີມໃຫ້ຕ່ອງໂສ້ການສະໜອງຂອງພາກພື້ນ. ໃນສະພາບການຮູບແບບການຄ້າທົ່ວໂລກຖືກຂາດຕິດຂາດຕອນຍ້ອນຄວາມເຄັ່ງຕຶງດ້ານການເມືອງ ແລະການປ່ຽນແປງພາສີ, ເລື່ອງ ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືໄດ້ນໍາມາບັນດາຊ່ອງທາງໃໝ່ໃຫ້ບັນດາປະເທດສະມາຊິກອາຊຽນ ໃນການລົງທຶນ, ຖ່າຍທອດເຕັກໂນໂລຢີ ແລະການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ.
ໂດຍ: ຈາງຫງວຽນ