ທ່ານ ໂຕເລິມ ເລຂາທິການໃຫຍ່ ສົນທະນາທາງໂທລະສັບກັບປະທານພັກປະຊາຊົນກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 14 ສິງຫາ, ຕາມຄຳສະເໜີຂອງຝ່າຍກຳປູເຈຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ (CPP) ເພື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງລັດ.
ທີ່ການສົນທະນາທາງໂທລະສັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Hun Sen ປະທານ CPP ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງພັກ, ແຕ່ລະປະເທດ; ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະສາກົນ, ການພົວພັນລະຫວ່າງສອງພັກ, ສອງປະເທດ ແລະບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ກວດກາຄືນ ແລະຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ບັນດາທິດທາງຈຸດສຸມເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງພັກ ແລະສອງລັດ ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ສົນທະນາທາງໂທລະສັບກັບທ່ານ Hun Sen ປະທານພັກປະຊາຊົນ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນສຳຄັນທີ່ບັນລຸໄດ້ທີ່ການພົບປະຂັ້ນສູງລະຫວ່າງສອງພັກ ແລະການພົບປະຂັ້ນສູງລະຫວ່າງການນຳ 3 ທ່ານຂອງ 3 ພັກ ຫວຽດນາມ-ກໍາປູເຈຍ-ລາວ ໃນເດືອນກຸມພາ 2025; ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຜ່ານຊ່ອງທາງພັກ, ລັດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເພີ່ມທະວີການແລກປ່ຽນການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນ, ຂະແໜງການ ແລະທ້ອງຖິ່ນ; ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືບັນດາຂໍ້ຕົກລົງຂັ້ນສູງອື່ນໆ; ສືບຕໍ່ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ທາບທາມຄວາມເຫັນເຊິ່ງກັນ ແລະກັນກ່ຽວກັບບັນຫາສາກົນ, ພາກພື້ນ, ບັນຫາທີ່ກ່ຽວຂ້ອງເຖິງການພົວພັນສອງຝ່າຍ, ປະກອບສ່ວນນໍາການພົວພັນສອງພັກ, ສອງປະເທດນັບມື້ນັບພັດທະນາໃນໄລຍະໃໝ່ຢ່າງແທດຈິງ, ຮັບໃຊ້ຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ.
ກ່ຽວກັບສະພາບການສາກົນ ແລະພາກພື້ນ, ການນຳສອງທ່ານ ໄດ້ແລກປ່ຽນ, ແບ່ງປັນທັດສະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ, ບັນດາບັນຫາແກ່ງແຍ້ງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ; ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ