ດ້ວຍຫົວຂໍ້ວ່າ “ທົດສະວັດທອງ: ຢຶດໝັ້ນ, ສາມັກຄີກັນສ້າງປະຊາຄົມທີ່ດີງາມກວ່າ”, ກອງປະຊຸມໄດ້ຫວນຄືນເດີນທາງທົດສະວັດແຫ່ງການສ້າງຕັ້ງ ແລະພັດທະນາການຮ່ວມມື MLC ກໍ່ຄືການກໍານົດທິດການຮ່ວມມືໃນທົດສະວັດຕໍ່ໄປ. ບັນດາປະເທດສະມາຊິກລ້ວນແຕ່ຕີລາຄາ MLC ເປັນກົນໄກຮ່ວມມືອະນຸພາກພື້ນທີ່ມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການເຕີບໂຕແບບຍືນຍົງ, ການເຊື່ອມໂຍງເຂົ້າກັບພາກພື້ນຢ່າງເລິກເຊິ່ງ. ການຜັນຂະຫຍາຍແຜນການກະທໍາ MLC ໄລຍະ 2023-2027 ໄດ້ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ລະບົບທາງລົດໄຟລະຫວ່າງບັນດາປະເທດ MLC, ພັດທະນາແລວທາງນະວັດຕະກໍາ MLC, ຮ່ວມມືກັນຮັບມືກັບໄພພິບັດທຳມະຊາດຢ່າງມີປະສິດທິຜົນ, ແບ່ງປັນຂໍ້ມູນອຸທົກກະສາດຂອງແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ.

leftcenterrightdel
ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດທີ່ກອງປະຊຸມຮ່ວມມືແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ. ພາບ: ຈ່າຫງວຽນ

ເຂົ້າສູ່ທົດສະວັດຕໍ່ໄປ, ກອງປະຊຸມໄດ້ເຫັນດີເປັນເອກະພາບຄວນກະກຽມເພື່ອຍົກລະດັບການຮ່ວມມືໄປສູ່ MLC 2.0. ບັນດາລັດຖະມົນຕີໄດ້ກຳນົດການຫັນເປັນດີຈີຕອນ ແລະນະວັດຕະກໍາເປັນກໍາລັງໜູນການເຕີບໂຕໃໝ່ຂອງພາກພື້ນ, ຕາມນັ້ນແລ້ວ, ບັນດາປະເທດຕ້ອງຍູ້ແຮງຜັນຂະຫຍາຍບັນດາລາຍການ, ໂຄງການຂຶ້ນກັບແລວທາງນະວັດຕະກໍາ MLC, ເປີດກວ້າງການຮ່ວມມືໃນຂົງເຂດປັນຍາປະດິດ (AI), ກະສິກຳສະຫຼາດ, ພິເສດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກດີຈີຕອນ ແລະເຕັກໂນໂລຢີ. ກອງປະຊຸມໄດ້ເຫັນດີວ່າ ການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ສືບຕໍ່ແມ່ນຂົງເຂດຮ່ວມມືທີ່ຫຼັກແຫຼ່ງ, ຕົ້ນຕໍຂອງ MLC, ເພີ່ມທະວີການສົມທົບກັບຄະນະກຳມະການແມ່ນໍ້າຂອງ.

ໂດຍ: ຈາງຫງວຽນ