ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 15 ສິງຫາ, ຕາມຄໍາສະເໜີຂອງຝ່າຍກໍາປູເຈຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ.
ນາຍົກລັດຖະມົນຕີ ສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນສຳຄັນທີ່ບັນລຸໄດ້ທີ່ການພົບປະຂັ້ນສູງຂອງສອງພັກ ແລະການພົບປະຂັ້ນສູງລະຫວ່າງຜູ້ນໍາ 3 ທ່ານຂອງ 3 ພັກ ກໍ່ຄື ນາຍົກລັດຖະມົນຕີ 3 ທ່ານ ຂອງ ຫວຽດນາມ - ກໍາປູເຈຍ - ລາວ ໃນເດືອນກຸມພາ 2025; ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຕາມຄໍາຂວັນຂອງບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໂອ້ລົມທາງໂທລະສັບກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດບົນຈິດໃຈ “ຜົນປະໂຫຍດທີ່ກົມກຽວ, ແບ່ງປັນຄວາມສ່ຽງ”, ເຮັດໃຫ້ວົງເງິນການຄ້າສອງຝ່າຍບັນລຸເປົ້າໝາຍ 20 ຕື້ ໂດລາສະຫະລັດ ໂດຍໄວ; ຍູ້ແຮງການເຊື່ອມຕໍ່ກັບທ້ອງຖິ່ນຕາມທິດອັນແທດຈິງ, ມີປະສິດທິຜົນ, ພ້ອມທັງພັດທະນາເສດຖະກິດດ່ານຊາຍແດນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນຂ້າມຊາຍແດນ ແລະສືບຕໍ່ເຈລະຈາ, ແກ້ໄຂບັນຫາທີ່ຍັງຄົງຄ້າງກ່ຽວກັບການແບ່ງເຂດຊາຍແດນ ແລະການປັກຫຼັກໝາຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ມເມື່ອເຫັນວ່າ, ພາຍຫຼັງເວລາ 2 ປີແຫ່ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີກໍາປູເຈຍ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ຍູ້ແຮງການພັດທະນາພື້ນຖານໂຄງລ່າງ, ເສດຖະກິດເຕີບໂຕຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນ ກຳປູເຈຍ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ຝ່າຍ ກຳປູເຈຍ ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ດຳເນີນທຸລະກິດຢ່າງໝັ້ນຄົງ ແລະເປີດກວ້າງການລົງທຶນຢູ່ ກຳປູເຈຍ.
ກ່ຽວກັບສະຖານະການສາກົນ ແລະໃນພາກພື້ນ, ນາຍົກລັດຖະມົນຕີ ສອງທ່ານໄດ້ແລກປ່ຽນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂທຸກການແກ່ງແຍ້ງໂດຍສັນຕິວິທີຕາມກົດໝາຍສາກົນ.
ໂດຍ: ຈາງຫງວຽນ