ທີ່ການພົບປະ, ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນພິເສດ ແລະໃຫ້ບຸລິມະສິດສູງໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບລາວ.

ທ່ານ ທອງສະຫວັນ ພົມວິຫານ ຢືນຢັນວ່າ ລາວ ຍາມໃດກໍ່ເຄົາລົບ ແລະຮັກສາສາຍພົວພັນແບບພິເສດ ຫວຽດນາມ-ລາວ; ບັນດາຜົນງານທີ່ລາວ ບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການໜູນຊ່ວຍ, ສະໜັບສະໜູນອັນໃຫຍ່ຫຼວງຂອງຫວຽດນາມ; ພ້ອມທັງອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການຕ່າງປະເທດຫວຽດນາມ ຄັ້ງທີ 1 ໄດ້ຮັບຜົນສຳເລັດ (ອາຍຸການ 2025-2030).

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ  ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ພາບ: vov.vn

ສອງລັດຖະມົນຕີ ໄດ້ຕີລາຄາສູງທ່າພັດທະນາຢ່າງແຮງໃນການພົວພັນສອງປະເທດໃນໄລຍະຜ່ານມາ; ເນັ້ນໜັກວ່າ ເລື່ອງສອງຝ່າຍຮັກສາການຢ້ຽມຢາມ ແລະພົບປະຂັ້ນສູງເປັນປະຈຳໄດ້ກໍານົດທິດການພົວພັນສອງປະເທດຢ່າງທັນການ; ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະກະກຽມໃຫ້ບັນດາການເຄື່ອນໄຫວຂັ້ນສູງ ແລະກົນໄກຮ່ວມມືສອງຝ່າຍ, ໃນນັ້ນມີການຢ້ຽມຢາມຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. ສອງຝ່າຍຢືນຢັນຈະເສີມຂະຫຍາຍກົນໄກຮ່ວມມືສອງຝ່າຍກວ່າອີກ, ນໍາການຮ່ວມມືດ້ານເສດຖະກິດກາຍເປັນເສົາຄໍ້າແທ້ຈິງຂອງການພົວພັນສອງປະເທດ.

ສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນ; ພ້ອມກັບບັນດາປະເທດສະມາຊິກ, ຮັກສາຄວາມສາມັກຄີ, ປັບປຸງບົດບາດໃຈກາງຂອງອາຊຽນ ແນໃສ່ຮັບມືກັບສິ່ງທ້າທາຍລວມຢ່າງມີປະສິດທິຜົນ.

ກ່ຽວກັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຮັກສາການປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ, ທາບທາມຄວາມເຫັນດ້ານການເມືອງຢູ່ຂັ້ນຮອງລັດຖະມົນຕີ, ຍູ້ແຮງການແລກປ່ຽນ, ຄົ້ນຄວ້າຍຸດທະສາດ ແລະການພົບປະແລກປ່ຽນລະຫວ່າງບັນດາຫົວໜ່ວຍທີ່ຂຶ້ນກັບຢ່າງເປັນປະຈຳ.

ໂດຍ: ເຈິ່ນຮວ່ຽນ