leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຢືນຢັນວ່າ ໃນຕະຫຼອດ 80 ປີຜ່ານມາ ແມ່ນໄລຍະທາງຍາວນານເພື່ອຢັ້ງຢືນຄວາມກ້າຫານ, ສະຕິປັນຍາ, ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງຕໍາຫຼວດປະຊາຊົນ ພາຍໃຕ້ການນຳພາຢ່າງເດັດຂາດ, ຮອບດ້ານ ແລະໂດຍກົງຂອງພັກ; ການຄຸ້ມຄອງຂອງລັດຢ່າງເປັນເອກະພາບ; ການຊ່ວຍເຫຼືອຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ສະພາບການໂລກ ແລະພາກພື້ນໃນປະຈຸບັນ ສືບຕໍ່ມີການຜັນແປທີ່ສັບສົນຫຼາຍຢ່າງ, ສົ່ງຜົນສະທ້ອນໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະການພັດທະນາແບບຍືນຍົງຂອງປະເທດ, ໜ້າທີ່ປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກ; ຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການອັນສູງ ແຕ່ສະຫງ່າງາມຂອງກຳລັງຕໍາຫຼວດປະຊາຊົນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ປະດັບຫຼຽນໄຊດາວຄໍາ ຄັ້ງທີ 5 ໃຫ້ແກ່ກຳລັງຕໍາຫຼວດປະຊາຊົນ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ກຳລັງຕໍາຫຼວດປະຊາຊົນ ເປັນເຈົ້າການນຳໜ້າໃນການຫັນເປັນດີຈີຕອນ, ຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຢີທັນສະໄໝ ເຂົ້າໃນວຽກງານຕໍາຫຼວດ; ກໍ່ສ້າງ, ບໍລິຫານ, ຂຸດຄົ້ນພື້ນຖານຂໍ້ມູນຂະໜາດໃຫຍ່ຢ່າງມີປະສິດທິຜົນ; ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງລະບົບຂໍ້ມູນຂ່າວສານ, ແລະປົກປ້ອງອະທິປະໄຕດີຈີຕອນແຫ່ງຊາດ. ຍູ້ແຮງການຮ່ວມມືກັບສາກົນທາງດ້ານຄວາມໝັ້ນຄົງ, ຍຸຕິທຳ, ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນກະທໍາ; ຕັ້ງໜ້າເຂົ້າຮ່ວມ ແລະປະກອບສ່ວນສ້າງລະບຽບຫຼັກການ, ມາດຕະຖານສາກົນໃນຂົງເຂດຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ.

ທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ປະດັບຫຼຽນໄຊດາວຄໍາ ຄັ້ງທີ 5 ໃຫ້ແກ່ກຳລັງຕໍາຫຼວດປະຊາຊົນ, ເຊິ່ງເປັນການຮັບຮູ້ບັນດາຜົນງານດີເດັ່ນທີ່ກຳລັງຕໍາຫຼວດປະຊາຊົນບັນລຸໄດ້ໃນຊຸມປີຜ່ານມາ.

ໂດຍ: ຈາງຫງວຽນ