ລາງວັນອັນສູງສົ່ງເພີ່ມທະວີການພົວພັນຫວຽດນາມ - ລາວ - ກູບາ
ກປ.ອອນໄລ - ລາວ ແລະກູບາ ມອບຫຼຽນໄຊອັນສູງສົ່ງໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງກະຊວງຕຳຫຼວດຫວຽດນາມ, ຮັບຮູ້ການປະກອບສ່ວນໃນການຮ່ວມມືມິດຕະພາບ ແລະການປົກປັກຮັກສາຄວາມໝັ້ນຄົງລວມ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, 80 ປີແຫ່ງວັນມູນເຊື້ອຕໍາຫຼວດປະຊາຊົນຫວຽດນາມ ແລະ 20 ປີແຫ່ງວັນປົກປັກຮັກສາຄວາມໝັ້ນຄົງປະເທດຊາດ (19-8-2005 / 19-8-2025), ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບຫຼຽນໄຊອັນສູງສົ່ງຂອງລັດແຫ່ງ ສປປ ລາວ ແລະລັດ ສາທາລະນະລັດ ກູບາ ໃຫ້ໝູ່ຄະນະ, ບຸກຄົນຂອງກະຊວງຕໍາຫຼວດຫວຽດນາມ.
    |
 |
ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ທ່ານ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະລັດຖະມົນຕີກະຊວງພາຍໃນ ກູບາ Lázaro Alberto Álvarez Casas. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ພິທີ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະທ່ານລັດຖະມົນຕີກະຊວງພາຍໃນ ກູບາ Lázaro Alberto Álvarez Casas ໄດ້ສະແດງຄວາມຊົມເຊີຍໝູ່ຄະນະ, ບຸກຄົນທີ່ໄດ້ຮັບຫຼຽນໄຊອັນສູງສົ່ງໂດຍລັດແຫ່ງ ສປປ ລາວ ແລະລັດ ກູບາ ມອບໃຫ້. ລັດຖະມົນຕີ 2 ທ່ານ ຢັ້ງຢືນວ່າ: ລາງວັນຂ້າງເທິງນີ້ສະແດງໃຫ້ເຫັນການຮັບຮູ້ການປະກອບສ່ວນຂອງຕໍາຫຼວດປະຊາຊົນຫວຽດນາມ ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບລາວ ແລະກໍາລັງພາຍໃນກູບາ. ພ້ອມທັງ, ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກໍາລັງຕໍາຫຼວດຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄລ່, ຮ່ວມເດີນທາງກັບກຳລັງປ້ອງກັນຄວາມສະຫງົບລາວ ແລະກໍາລັງພາຍໃນກູບາ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ - ກູບາ.
    |
 |
ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ພິທີ, ທ່ານ ເລືອງຕາມກວາງ, ຢືນຢັນວ່າ ກໍາລັງຕໍາຫຼວດປະຊາຊົນຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບລາງວັນອັນສູງສົ່ງ ເຊິ່ງພັກ, ລັດ ແລະປະຊາຊົນລາວ ແລະກູບາ, ມອບໃຫ້, ພ້ອມທັງປາດຖະໜາວ່າຈະສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫຼືອ, ໜູນຊ່ວຍ ແລະສະໜັບສະໜູນຈາກກະຊວງປ້ອງກັນຄວາມສະຫງົບລາວ ແລະກະຊວງພາຍໃນກູບາ ໃນພາລະກິດປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມຂອງແຕ່ລະປະເທດ, ຮັກສາຄວາມສະໝັ້ນຄົງ, ສັນຕິພາບຂອງພາກພື້ນ ແລະສາກົນ.
ໂດຍ: ໄຊນີດາ