ຫວຽດນາມ - ແຮງບັນດານໃຈຂອງຂະບວນການປະຕິວັດ ໃນທົ່ວໂລກ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະ ວັນຊາດ ທີ 2 ກັນຍາ, ທ່ານນາງ Reem Hazan, ກຳມະການກົມການເມືອງ, ຫົວໜ້າຄະນະພົວພັນຕ່າງປະເທດພັກກອມມູນິດ ອິດສະຣາແອນ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກກອມມູນິດຫວຽດນາມ, ລັດ ແລະປະຊາຊົນຫວຽດນາມ, ພ້ອມທັງຢັ້ງຢືນບົດບາດສົ່ງແຮງບັນດານໃຈຢ່າງແຂງແຮງຂອງການປະຕິວັດຫວຽດນາມ ຕໍ່ກັບຂະບວນການທີ່ກ້າວໜ້າໃນທົ່ວໂລກ.
ເມື່ອໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳອິດສະຣາແອນ, ຜູ້ຕາງໜ້າພັກກອມມູນິດອິດສະຣາແອນ ເນັ້ນໜັກວ່າ ຫວຽດນາມ ແລະ ພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນແຮງບັນດານໃຈໃຫ້ພັກກອມມູນິດອິດສະຣາແອນ ແຕ່ດົນນານມາແລ້ວ, ກໍຄື ບັນດາການປະຕິວັດໃນທົ່ວໂລກ. ຕາມທ່ານນາງ Hazan ແລ້ວ, ປະຫວັດສາດຂອງຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ: ປະເທດເຖິງວ່າ ນ້ອຍ ກໍ່ຕາມ ແຕ່ສາມາດ ຕີເອົາຊະນະລັດທິຈັກກະພັດ, ເອົາຊະນະການຢຶດຄອງ, ການກົດຂີ່ຂູດຮີດ ແລະປົກປັກຮັກສາສິດຕັດສິນດ້ວຍຕົນເອງຂອງຕົນ. ນີ້ແມ່ນບົດຮຽນອັນລ້ຳຄ່າໃຫ້ບັນດາຂະບວນການຕໍ່ສູ້ເພື່ອຄວາມຍຸຕິທຳ, ອິດສະຫຼະພາບ ແລະເອກະລາດແຫ່ງຊາດ.
    |
 |
ທ່ານນາງ Reem Haza ກຳມະການກົມການເມືອງ, ຫົວໜ້າຄະນະພົວພັນຕ່າງປະເທດພັກກອມມູນິດອິດສະຣາແອນ (ເບື້ອງຂວາ). ພາບ: ສໍານັກຂ່າວສານຫວຽດນາມ |
ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງພັກ, ຫົວໜ້າຄະນະພົວພັນຕ່າງປະເທດພັກກອມມູນິດອິດສະຣາແອນ ຢືນຢັນວ່າ: “ພວກຂ້າພະເຈົ້າ ສາມາດຖອດຖອນບົດຮຽນຈາກພັກກອມມູນິດຫວຽດນາມ ໃນການວາງແຜນຍຸດທະສາດໄລຍະຍາວ, ຖືຜົນປະໂຫຍດຂອງປະຊາຊົນເປັນແຖວໜ້າ ແລະ ຢຶດໝັ້ນຕໍ່ເປົ້າໝາຍກໍ່ສ້າງສັງຄົມນິຍົມ. ສິ່ງດັ່ງກ່າວເປີດແງ່ຫວັງການຮ່ວມມື ແລະການໜູນຊ່ວຍ ເຊິ່ງກັນ ແລະກັນ ໃນການຕໍ່ສູ້ຮ່ວມເພື່ອສັນຕິພາບ, ສະເໝີພາບ ແລະການພັດທະນາແບບຍືນຍົງ”.
ສົ່ງສານເຖິງຫວຽດນາມ ເນື່ອງໃນໂອກາດສຳຄັນນີ້, ທ່ານນາງ Hazan ຢືນຢັນວ່າ: “ຫວຽດນາມ ໄດ້ປະສົບຜົນສຳເລັດ”. ພັກກອມມູນິດອິດສະຣາແອນ ເຊື່ອໝັ້ນວ່າ ດ້ວຍບົດບາດທີ່ນັບມື້ນັບເຕີບໃຫຍ່ໃນເວທີສາກົນ, ຫວຽດນາມ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົດປ່ອຍຊາດ, ພັດທະນາເສດຖະກິດເອກະລາດ ແລະ ສັນຕິພາບແບບຍືນຍົງໃຫ້ບັນດາປະເທດກໍາລັງພັດທະນາ.
ໂດຍ: ທູຈາງ