ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມື ຫວຽດນາມ - ແຟງລັງ
ກປ.ອອນໄລ - ຕອນບ່າຍວັນທີ 15 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Keijo Norvanto ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ແຟງລັງ ປະຈຳ ຫວຽດນາມ ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ ໄດ້ມີອາຍຸການເຮັດວຽກທີ່ປະສົບຜົນສຳເລັດຢ່າງຈົບງາມຢູ່ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ແຟງລັງ. ຫວຽດນາມ ຍາມໃດກໍ່ຕີລາຄາສູງບົດບາດ, ທີ່ຕັ້ງຂອງແຟງລັງ ໃນສະຫະພາບ ເອີລົບ (ອີຢຸ) ແລະຖືເປັນສຳຄັນການເຮັດໃຫ້ການຮ່ວມມືກັບແຟງລັງ ໃນບັນດາຂົງເຂດເລິກເຊິ່ງ; ພ້ອມທັງ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການໜູນຊ່ວຍຫຼາຍດ້ານຂອງແຟງລັງ ໃນຫຼາຍທົດສະວັດຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນຂະບວນການກໍ່ສ້າງ ແລະພັດທະນາຂອງຫວຽດນາມ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ໃຫ້ການຕ້ອນຮັບທ່ານ Keijo Norvanto ເອກອັກຄະລັດຖະທູດແຟງລັງ. ພາບ: qdnd.vn |
ທ່ານເອກອັກຄະລັດຖະທູດ Keijo Norvanto ໄດ້ຂອບອົກຂອບໃຈທ່ານປະທານປະເທດ ທີ່ໄດ້ສະຫຼະເວລາຕ້ອນຮັບ; ຢືນຢັນວ່າໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເປັນກຽດເມື່ອຊຸກຍູ້ການຮ່ວມມືດ້ານການສຶກສາ - ບໍາລຸງສ້າງ, ຄົ້ນຄວ້າ, ປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງສອງປະເທດ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດດັ່ງກ່າວໃນໄລຍະຈະມາເຖິງ ກວ່າອີກ.
ທ່ານເອກອັກຄະລັດຖະທູດ Keijo Norvanto ເນັ້ນໜັກວ່າ ແຟງລັງ ສະໜັບສະໜູນການຊຸກຍູ້ການພົວພັນ ຫວຽດນາມ - ອີຢູ ຢ່າງແຂງແຮງ, ຍູ້ແຮງການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ ຢ່າງມີປະສິດທິຜົນ; ເນັ້ນໜັກວ່າ ບັນດາວິສາຫະກິດ ແຟງລັງ ດຳເນີນທຸລະກິດຢູ່ ຫວຽດນາມ ສືບຕໍ່ຮັກສາການຮ່ວມມືຢ່າງແຮງກັບບັນດາວິສາຫະກິດ ຫວຽດນາມ ເພື່ອພ້ອມກັນພັດທະນາ.
ທ່ານປະທານປະເທດ ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ໃນຖານະຕໍາແໜ່ງໃໝ່ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນຫວຽດນາມ - ແຟງລັງ ພັດທະນານັບມື້ນັບດີງາມ, ແທດຈິງ, ຜັນຂະຫຍາຍບັນດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ສຸດ, ເປີດອອກທິດທາງຮ່ວມມືໃໝ່ໃນບັນດາຂົງເຂດທີ່ແຟງລັງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
ໂດຍ: ຈາງຫງວຽນ