ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ:
ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ໃນຂະບວນການປະຕິຮູບລັດວິສາຫະກິດ
ກປ.ອອນໄລ - ຕອນເຊົ້າວັນທີ 13 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ, ຫົວໜ້າຄະນະຊີ້ນຳການປ່ຽນແປງໃໝ່ ແລະພັດທະນາ ໄດ້ເຮັດວຽກກັບຄະນະຜູ້ແທນຄະນະປະຕິຮູບວິສາຫະກິດສູນກາງພັກປະຊາຊົນ ປະຕິວັດລາວ ນຳໂດຍທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງ, ຫົວໜ້າຄະນະພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ເຮັດວຽກກັບຄະນະປະຕິຮູບວິສາຫະກິດຂອງສູນກາງພັກປະຊາຊົນ ປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ແລ້ວ, ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປະຕິບັດຫຼາຍມາດຕະການແກ້ໄຂຢ່າງຄົບຊຸດ, ປະກາດໃຊ້ ແລະປະຕິບັດຫຼາຍນະໂຍບາຍປ່ຽນແປງໃໝ່ ແລະປະຕິຮູບລັດວິສາຫະກິດຕາມທິດຫັນເປັນທັນສະໄໝ, ຍົກສູງປະສິດທິຜົນ ແລະຄວາມສາມາດໃນການແກ່ງແຍ້ງ. ບັນດາໝາກຜົນທີ່ບັນລຸໄດ້ຢືນຢັນທິດທາງອັນຖືກຕ້ອງຂອງພັກ ແລະລັດໃນການນຳພາການປະຕິຮູບລັດວິສາຫະກິດ, ຜ່ານນັ້ນຊ່ວຍໃຫ້ວິສາຫະກິດເສີມຂະຫຍາຍບົດບາດສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຈະພ້ອມແລ້ວແບ່ງປັນບົດຮຽນປະສົບການຮອບດ້ານ ແລະໜູນຊ່ວຍລາວ ໃນວິວັດທະນາການປະຕິຮູບ, ນະວັດຕະກຳລັດວິສາຫະກິດ, ພ້ອມທັງປາດຖະໜາຢາກຊອກຮູ້ບັນດາປະສົບການອັນລ້ຳຄ່າຈາກລາວ.
ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຢືນຢັນວ່າ: ການປະຕິຮູບລັດວິສາຫະກິດແມ່ນວຽກງານຫຼັກແຫຼ່ງເພື່ອກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຂອງລາວ; ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍຂອງຫວຽດນາມ, ໂດຍສະເພາະແມ່ນການບຳລຸງສ້າງພະນັກງານຄຸ້ມຄອງ ແລະນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຄຸ້ມຄອງ, ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງ, ການບໍລິຫານວິສາຫະກິດ. ທ່ານກໍ່ຢືນຢັນວ່າ ລາວຈະອຳນວຍຄວາມສະດວກໃຫ້ວິສາຫະກິດຫວຽດນາມ ມາລົງທຶນ ແລະດຳເນີນທຸລະກິດຢູ່ ລາວ.
ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການປະຕິຮູບລັດວິສາຫະກິດ ແລະທິດທາງການຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍກໍ່ເຫັນດີເປັນເອກະສັນສືບຕໍ່ຮັກສາກົນໄກແລກປ່ຽນລະຫວ່າງບັນດາອົງການທີ່ກ່ຽວຂ້ອງຢ່າງເປັນປະຈໍາ, ສ້າງເງື່ອນໄຂໃຫ້ການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະຊຸກຍູ້ການຮ່ວມມືທີ່ມີເນື້ອແທ້, ເອົາມາໃຫ້ຜົນປະໂຫຍດອັນແທດຈິງໃຫ້ປະຊາຊົນສອງປະເທດ.
ໂດຍ: ໄຊນີດາ