ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແບ່ງປັນກັບຄະນະກ່ຽວກັບຂະບວນການປະຕິຮູບ, ກໍ່ສ້າງໂຄງປະກອບລັດວິສາຫະກິດ ຄືນໃໝ່ຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ຈາກການຈັດແບ່ງກຸ່ມວິສາຫະກິດຄືນໃໝ່, ຫັນເປັນຫຸ້ນສ່ວນ, ນະໂຍບາຍເພື່ອຍົກສູງການເຄື່ອນໄຫວໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືລັດວິສາຫະກິດເປັນໜຶ່ງໃນບັນດາເສົາຄໍ້າທີ່ສຳຄັນຂອງພື້ນຖານເສດຖະກິດ, ພ້ອມທັງກໍ່ປະຕິບັດການປະຕິຮູບຢ່າງແຂງແຮງເພື່ອຮັບປະກັນການເຄື່ອນໄຫວໃຫ້ມີປະສິດທິຜົນ, ໂປ່ງໃສ, ປະຕິບັດຕາມກົນໄກຕະຫຼາດ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະປະກົດການຫຍໍ້ທໍ້.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບວິສາຫະກິດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງບໍລິຫານວິສາຫະກິດທັນສະໄໝ, ມອບສິດໃຫ້ແກ່ລັດວິສາຫະກິດ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນໃນການຄຸ້ມຄອງ ແລະດຳເນີນທຸລະກິດ, ຍູ້ແຮງການປະດິດສ້າງ ເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ພິເສດແມ່ນຊຸກຍູ້ປັດໄຈມະນຸດໃນການຮັບປະກັນຜົນສຳເລັດຂອງລັດວິສາຫະກິດ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນປະສົບການໃນການປະຕິຮູບ ແລະປັບປຸງໂຄງປະກອບລັດວິສາຫະກິດ, ແນະນຳລະບົບເອກະສານນິຕິກຳ ແລະຂະບວນການຄຸ້ມຄອງ, ວິທີການລະດົມທຶນ ແລະຄຸ້ມຄອງການລົງທຶນ; ສະເໜີໃຫ້ສອງຝ່າຍສ້າງກົນໄກແລກປ່ຽນລະຫວ່າງບັນດາອົງການທີ່ມີໜ້າທີ່ເປັນປະຈຳ, ໂດຍສະເພາະແມ່ນການແລກປ່ຽນບົດຮຽນຕົວຈິງຢູ່ບັນດາບໍລິສັດໃຫຍ່, ກຸ່ມລັດວິສາຫະກິດຂອງຫວຽດນາມ ຈະຊ່ວຍສ້າງທັດສະນະຮອບດ້ານ ແລະເລິກເຊິ່ງເພື່ອເລືອກເອົາ ແລະໝູນໃຊ້ໃຫ້ເໝາະສົມກັບສະພາບການຕົວຈິງຂອງລາວ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບວິສາຫະກິດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງບັນດາການຊ່ວຍເຫຼືອອັນລ້ຳຄ່າ, ບໍ່ເຫັນແກ່ຕົວ ແລະບໍລິສຸດຂອງຫວຽດນາມ ທີ່ມີຕໍ່ລາວ ໃນໄລຍະຜ່ານມາໃນການຕໍ່ສູ້ປົດປ່ອຍປະເທດຊາດ, ກໍ່ຄືໃນການປົກປັກຮັກສາ ແລະພັດທະນາປະເທດຊາດຄືໃນປະຈຸບັນ.

ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງບັນດາປະສົບການປະຕິຮູບຂອງຫວຽດນາມ ກໍ່ຄືຮູບແບບການເຄື່ອນໄຫວຂອງລັດວິສາຫະກິດແມ່ນບົດຮຽນອັນລ້ຳຄ່າ; ເນັ້ນໜັກວ່າ ໃນຂະບວນການກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະເປັນເຈົ້າຕົນເອງ, ລາວ ຍາມໃດກໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະປາດຖະໜາຢາກຊອກຮູ້ບັນດາປະສົບການອັນລ້ຳຄ່າຈາກຫວຽດນາມ, ພິເສດແມ່ນໃນຂົງເຂດຄຸ້ມຄອງ, ພັດທະນາລັດວິສາຫະກິດ, ບັນດາຮູບແບບການປົກຄອງແບບໃໝ່, ມຸ່ງໄປເຖິງການກໍ່ສ້າງພື້ນຖານເສດຖະກິດລາວ ເຄື່ອນໄຫວຢ່າງມີປະສິດທິຜົນ ແລະໝັ້ນຄົງ.

ໂດຍ: ໄຊນີດາ