ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນກັບສະຫະພາບ ອາຣັບ ໃຫ້ຫຼາຍກວ່າອີກ
ທີ່ການພົບປະ, ທ່ານ ເລືອງເກື່ອງ ປະທານປະເທດ ຕີລາຄາສູງບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ອາຣັບ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາຟຼິກກາ ແລະ ໃນໂລກ.
ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນກັບສະຫະພັນອາຣັບ ຢ່າງແທ້ຈິງ, ມີປະສິດທິຜົນກວ່າອີກ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໃນການພົບປະກັບທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພັນອາຣັບ ໃນຕອນເຊົ້າວັນທີ 4 ສິງຫາ, ຕາມເວລາທ້ອງຖ່ິນ, ຢູ່ນະຄອນຫຼວງ ກາຍໂຣ, ປະເທດເອຢິບ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພັນ ອາຣັບ. ພາບ: qdnd.vn |
ທີ່ການພົບປະ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕີລາຄາສູງບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນອາຣັບ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາຟຼິກກາ ແລະ ໃນໂລກ. ທ່ານປະທານປະເທດ ສະເໜີ ຫວຽດນາມ ແລະ ບັນດາປະເທດສະມາຊິກໃນ ສະຫະພັນອາຣັບ ຕັ້ງໜ້າຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ໄດ້ຮັບການລົງນາມແລ້ວ, ເພີ່ມທະວີການປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ໃຫ້ຄຳໝັ້ນສັນຍາ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ພູກມັດ ລະຫວ່າງ ສະຫະພັນ ອາຣັບ ກັບອາຊຽນ.
ສ່ວນທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພັນອາຣັບ ຢັ້ງຢືນວ່າ ສະຫະພັນອາຣັບ ແລະບັນດາປະເທດສະມາຊິກ ຖືເປັນສຳຄັນການພົວພັນຮ່ວມມືຢ່າງຮອບດ້ານກັບຫວຽດນາມ, ທ່ານ ຂອບໃຈຫວຽດນາມ ໄດ້ມີທັດສະນະສ້າງຄວາມດຸ່ນດ່ຽງ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດ ສປຊ ຕໍ່ບັນດາບັນຫາສາກົນ, ໃນນັ້ນມີການສະໜັບສະໜູນພາລະກິດອັນຊອບທຳຂອງປະຊາຊົນ ປາແລັດສະຕິນ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ