ທ່ານປະທານປະເທດ ເລືອງເກື່ອງ ແລະພັນລະຍາ ຢ້ຽມຢາມ ອີຢິບ ແລະອັງໂກລາ ຢ່າງເປັນທາງການ
ກປ.ອອນໄລ - ທ່ານປະທານປະເທດ ເລືອງເກື່ອງ ໄດ້ໄປຢ້ຽມຢາມທາງລັດຖະກິດອີຢິບ ແລະອັງໂກລາ, ຊຸກຍູ້ການຮ່ວມມືຢ່າງແທດຈິງ ແລະຍືນຍົງ, ຢືນຢັນບົດບາດຂອງ ຫວຽດນາມ ຢູ່ ອາຟຣິກາ ແລະບັນດາເວທີປາໄສຫຼາຍຝ່າຍ.
ຕອນເຊົ້າວັນທີ 3 ສິງຫາ, ທ່ານປະທານປະເທດ ເລືອງເກື່ອງ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກຮ່າໂນ້ຍ ເດີນທາງຢ້ຽມຢາມທາງລັດຖະກິດເຖິງສາທາລະນະລັດ ອີຢິບ ຕາມຄຳເຊີນຂອງທ່ານປະທານາທິບໍດີ Abdel Fattah Al Sisi ແລະ ພັນລະຍາ ໃນລະຫວ່າງວັນທີ 3 – 6 ສິງຫາ ແລະຢ້ຽມຢາມທາງລັດຖະກິດເຖິງສາທາລະນະລັດ ອັງໂກລາ ຕາມຄຳເຊີນຂອງທ່ານປະທານາທິບໍດີ João Manuel Gonçalves Lourenço ແລະພັນລະຍາໃນລະຫວ່າງວັນທີ 8-6 ສິງຫາ.
ອີຢິບ ແລະອັງໂກລາ ແມ່ນປະເທດທີ່ມີບົດບາດ ແລະທີ່ຕ້ັງທີ່ສໍາຄັນ ແລະເປັນພື້ນຖານເສດຖະກິດໃນພາກພື້ນອາຟຣິກາ. ໃນນັ້ນ, ອີຢິບມີທີ່ຕັ້ງຍຸດທະສາດທີ່ສຳຄັນທີ່ສຸດ, ແມ່ນໜຶ່ງໃນບັນດາປະເທດທີ່ມີອິດທິພົນໃນຕາເວັນອອກກາງ, ອາຟຣິກາ ແລະໂລກອາຣັບ ແລະແມ່ນບ່ອນຕ້ັງສຳນັກງານຂອງສະຫະພັນອາຣັບ. ປະຈຸບັນ ອັງໂກລາເປັນປະທານຂອງສະຫະພາບອາຟຣິກາ, ລວມມີ 54 ປະເທດສະມາຊິກ, ກຳລັງສຳຄັນຢູ່ອົງການສະຫະປະຊາຊາດ ແລະບັນດາເວທີປາໄສຫຼາຍຝ່າຍ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ພວມຢ້ຽມຢາມອີຢິບ ແລະອັງໂກລາ ຢ່າງເປັນທາງການ. ພາບ: vov.vn |
ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ ແລະພັນລະຍາບໍ່ພຽງແຕ່ຢັ້ງຢືນການພົວພັນອັນດີງາມທີ່ໄດ້ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງໃນໄລຍະຕໍ່ສູ້ປົດປ່ອຍຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະສອງປະເທດ ອີຢິບ ແລະອັງໂກລາ ແລກປ່ຽນບັນດາທິດທາງ, ມາດຕະການ ເພື່ອນຳການພົວພັນຂຶ້ນສູ່ລະດັບໃໝ່ຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຂອງແຕ່ລະປະເທດ. ພ້ອມກັນນັ້ນ, ກໍຢືນຢັນແນວຄິດໃໝ່ຂອງຫວຽດນາມ, ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ທະວີບ ແລະໃນໂລກ.
ໃນສະພາບການຫວຽດນາມ ໄດ້ຍູ້ແຮງ ແລະເພີ່ມທະວີການພົວພັນທາງການທູດຫຼາຍຝ່າຍ, ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການໜູນຊ່ວຍຂອງ ອີຢິບ, ອັງໂກລາ ແລະເພື່ອນມິດອາຟຣິກາ ໃຫ້ແກ່ຫວຽດນາມ ໃນການເສີມຂະຫຍາຍບົດບາດຢູ່ສະຫະປະຊາຊາດ, ເວທີປາໄສ ແລະອົງການຈັດຕັ້ງຫຼາຍຝ່າຍ, ພ້ອມທັງປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ກັບ ສະຫະພັນ ອາຣັບ (AL) ແລະສະຫະພາບ ອາຟຣິກາ (AU).
ໂດຍ: ໄຊນີດາ