ຕອນເຊົ້າວັນທີ 2 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 6 ຂອງສະພາ ປະສານງານພາກພື້ນຕາເວັນອອກສ່ຽງໃຕ້ ແລະກອງປະຊຸມ ຄັ້ງທີ 4 ຂອງຄະນະຊີ້ນຳການປະຕິບັດມະຕິ ເລກທີ 98 ຂອງສະພາແຫ່ງຊາດຊຸດທີ 15 ວ່າດ້ວຍການທົດລອງບັນດາກົນໄກ, ນະໂຍບາຍສະເພາະເພື່ອພັດທະນານະຄອນໂຮ່ຈີມິນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ສະພາປະສານງານພາກພື້ນຕາເວັນອອກສ່ຽງໃຕ້ ເວົ້າລວມ ແລະນະຄອນໂຮ່ຈີມິນ ເວົ້າສະເພາະ ຕ້ອງກວດກາບັນດາກົດບັນຢັດ, ບົນພື້ນຖານນັ້ນເຮັດໃຫ້ທົ່ວພາກພື້ນ ແລະນະຄອນໂຮ່ຈີມິນ ສົມບູນແບບ. ທ່ານ ນາຍົກລັດຖະມົນຕີ ມອບໃຫ້ກະຊວງການເງິນ ກວດກາຄືນການວາງແຜນຜັງພາກພື້ນ, ປະມວນການວາງແຜນຜັງແຕ່ອີງໃສ່ພື້ນຖານວິທະຍາສາດ, ພຶດຕິກໍາຕົວຈິງ ແລະສ້າງການພັດທະນາໃໝ່ຢ່າງມີປະສິດທິຜົນ, ສອດຄ່ອງກັບການພັດທະນາລວມຂອງປະເທດ. ພ້ອມກັນນັ້ນ, ສະເໜີໃຫ້ລະດົມແຫຼ່ງກຳລັງ, ການຮ່ວມມືພາກລັດ - ເອກະຊົນ, ດ້ວຍການເຂົ້າຮ່ວມຂອງບັນດາຂະແໜງເສດຖະກິດ; ເອົາຊັບພະຍາກອນຂອງລັດຊັກນໍາ,...

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ບັນດາຂະບວນການຈັດຕັ້ງ, ໂຮມເຂົ້າກັນໄດ້ສ້າງຊ່ອງຫວ່າງພັດທະນາ, ມີວິໄສທັດພັດທະນາໃໝ່, ດັ່ງນັ້ນຕ້ອງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ເໝາະສົມກັບການພັດທະນາ. ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກັບບັນດາກະຊວງ, ຂະແໜງການໃນການຄຸ້ມຄອງ, ບໍລິຫານງານຢ່າງສະຫຼາດ, ຊຸກຍູ້ການພັດທະນານະຄອນໂຮ່ຈີມິນ ແລະພາກພື້ນຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ກ່ຽວກັບການປະຕິບັດມະຕິເລກທີ 98, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນໂຮ່ຈີມິນ ຕ້ອງຕັດສິນໃຈສູງກວ່າ, ມານະພະຍາຍາມຫຼາຍກວ່າ, ກະທໍາຢ່າງດຸເດືອດກວ່າ,  ເສີມຂະຫຍາຍບັນດາກົນໄກ, ນະໂຍບາຍສະເພາະຢ່າງມີປະສິດທິຜົນກວ່າອີກ ດ້ວຍຈິດໃຈ 05 “ນຳໜ້າ”: “ນະຄອນໂຮ່ຈິີມິນ ນຳໜ້າໃນການຫັນເປັນດີຈີຕອນ, ພັດທະນາ ແລະນຳໃຊ້ວິທະຍາສາດ ແລະເຕັກໂນໂລຢີ, ຊຸກຍູ້ການເລີ່ມທຸລະກິດ, ນະວັດຕະກໍາ ແລະພັດທະນາຕົວເມືອງອັດສະລິຍະ; ນໍາໜ້າໃນການດຶງດູດການລົງທຶນບັນດາຂະແໜງການອຸດສາຫະກໍາສູງ, ເຕັກໂນໂລຢີສີຂຽວຕິດພັນກັບການພັດທະນາແບບຍືນຍົງ; ນໍາໜ້າໃນການພັດທະນາບັນດາຂະແໜງການການເງິນ, ບໍລິການ, ການທ່ອງທ່ຽວດ້ວຍມຸນຄ່າເພີ່ມສູງ ແລະພັດທະນາເສດຖະກິດທະເລ; ນໍາໜ້າໃນການພັດທະນາຊັບພະຍາກອນທີ່ມີຄຸນນະພາບສູງ, ນັກຊ່ຽວຊານແຖວໜ້າໃນຂົງເຂດຈຸດສຸມ ແລະນໍາໜ້າໃນການປະຕິບັດນະໂຍບາຍສັງຄົມ, ສະຫວັດດີການສັງຄົມ”.

ໂດຍ:​ ໄຊນີດາ