ນາຍົກລັດຖະມົນຕີ ລົງຢ້ຽມຢາມ, ລະດົມກໍາລັງໃຈປະຊາຊົນທີ່ໄດ້ຮັບຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ຢູ່ແຂວງດ້ຽນບຽນ
ກປ.ອອນໄລ - ຕອນບ່າຍວັນທີ 3 ສິງຫາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ລະດົມກໍາລັງໃຈປະຊາຊົນທີ່ໄດ້ຮັບຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ, ດິນເຈື່ອນຢູ່ແຂວງ ດ້ຽນບຽນ ແລະກວດກາ, ຊີ້ນຳວຽກງານກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສົ່ງຄວາມເສົ້າສະຫຼົດໃຈ ແລະຄໍາຢ້ຽມຢາມຖາມຂ່າວຈາກທ່ານເລຂາທິການໃຫຍ່ ໂຕເລິມ ແລະການນຳພັກ, ລັດ ເຖິງປະຊາຊົນ ແລະຄອບຄົວຂອງຕາແສງ ເຕ່ຍຢິ່ງ ທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ຍ້ອນໄພນໍ້າຖ້ວມ; ພ້ອມທັງຢືນຢັນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ປະຕິບັດທຸກມາດຕະການເພື່ອໜູນຊ່ວຍປະຊາຊົນຢ່າງທັນການ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ລົງຢ້ຽມຢາມ, ລະດົມກໍາລັງໃຈປະຊາຊົນ. ພາບ: qdnd.vn |
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າໃນໄລຍະຈະມາເຖິງ, ທ້ອງຖິ່ນຕ້ອງວາງແຜນຜັງເຂດຊຸມຊົນໃຫ້ແກ່ປະຊາຊົນໃນຕາແສງເພື່ອຮັບປະກັນຄວາມປອດໄພ; ຍູ້ແຮງການປູກປ່າ, ປົກຄຸມດິນເປົ່າ ແລະປ້ອງກັນການເຊາະເຈື່ອນ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ, ບຸກຄົນ, ພະນັກງານ ແລະປະຊາຊົນໃນທົ່ວປະເທດ ເສີມຂະຫຍາຍຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນເສຍຫາຍ ຍ້ອນໄພນໍ້າຖ້ວມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວຢູ່ຕາແສງ ເຕ່ວຢິ່ງ, ແຂວງ ດ້ຽນບຽນ ທີ່ມີຜູ້ເສຍຊີວິດ, ຖືກບາດເຈັບ, ໄດ້ຮັບຄວາມເສຍຫາຍກ່ຽວກັບເຮືອນຊານ, ຊັບສິນໃນເຫດໄພນໍ້າຖ້ວມທີ່ຜ່ານມາ.
ທ່ານ ຟ້າມມິງຈິ໊ງ ໄດ້ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນ, ບັນດາກຳລັງ ເລັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ, ຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.
ໂດຍ: ຈາງຫງວຽນ