ປະຕິບັດມາດຕະການຮັບມື, ຫຼຸດຄວາມເສຍຫາຍຍ້ອນພາຍຸກໍ່ຂຶ້ນ
ກປ.ອອນໄລ - ປະຕິບັດການຊີ້ນຳຂອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກ່ຽວກັບການແນະນຳ, ຕິດຕາມການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຂອງບັນດາອົງການ, ກົມກອງຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ລູກທີ 3 ແລະສະພາບຝົນຕົກນໍ້າຖ້ວມພາຍຫຼັງພາຍຸ, ກົມຈັດຕັ້ງ (ກົມໃຫຍ່ການເມືອງ) ຫາກໍ່ມີບົດລາຍງານສະຫຼຸບໝາກຜົນປະຕິບັດລະອຽດ.
ຕາມນັ້ນແລ້ວ, ຄະນະພັກ, ຜູ້ບັນຊາການບັນດາອົງການ, ກົມກອງໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດບັນດາໂທລະເລກທາງການຊີ້ນໍາຂອງຂັ້ນເທິງກ່ຽວກັບການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ລູກທີ 3 ແລະສະພາບຝົນຕົກນໍ້າຖ້ວມພາຍຫຼັງພາຍຸ. ຈັດຕັ້ງກວດກາ, ກະຕຸກຊຸກຍູ້ປະຕິບັດຢ່າງດຸເດືອດ, ທັນການແຜນນະໂຍບາຍ “4 ຢູ່ກັບທີ່”; ເສີມຂະຫຍາຍກໍາລັງແຮງຂອງທົ່ວລະບົບການເມືອງ, ຄວາມສາມາດຄາດຄະເນ, ຕີລາຄາໃກ້ຊິດ, ຖືກສະພາບການ; ເປັນເຈົ້າການເຮັດດີວຽກງານຍົກຍ້າຍປະຊາຊົນອອກຈາກເຂດມີຄວາມສ່ຽງເຈື່ອນພັງ, ປະກອບສ່ວນຫຼຸດຄວາມເສຍຫາຍທາງຄົນ ແລະຊັບສິນຂອງປະຊາຊົນ.
ບັນດາອົງການ, ກົມກອງ, ໂດຍສະເພາະແມ່ນທະຫານເຂດ 3, ທະຫານເຂດ 4 ແລະບັນດາກົມກອງຂອງກະຊວງຢູ່ບໍລິເວຍກໍາແໜ້ນສະພາບການ, ຜັນແປຂອງພາຍຸ, ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການຮັບມື, ຫຼຸດຄວາມເສຍຫາຍຍ້ອນພາຍຸກໍ່ຂຶ້ນ; ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນສຸມໃສ່ກວດກາບັນດາຈຸດທີ່ມີຄວາມສ່ຽງເຈື່ອນພັງດິນສູງ, ນ້ຳຖ້ວມ, ກວດສອບເຮືອເຂົ້າ-ອອກປະຕູແມ່ນໍ້າ, ປະຕູທະເລ; ໜູນຊ່ວຍປະຊາຊົນເຊືອກຜູກເຮືອນຊານ, ອອກຈາກເຂດອັນຕະລາຍ...
ພະນັກງານ, ນັກຮົບບັນດາກົມກອງໄດ້ຊາບຊຶມ, ສຶກສາເຈດຈໍານົງຕັດສິນໃຈສູງ, ເຮັດທຸກວຽກງານກະກຽມຮັບມືກັບພາຍຸເປັນຢ່າງດີ; ຮັກສາກໍາລັງເວນຍາມກຽມພ້ອມເຄື່ອນທີ່, ໂດຍສະເພາະກໍາລັງເຄື່ອນທັບເຮັດວຽກງານຂົນຂວາຍປະຊາຊົນໄດ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນຮັບຮູ້, ຕີລາຄາສູງ. ບັນດາກົມກອງເຮັດວຽກງານຂົນຂວາຍປະຊາຊົນ, ນະໂຍບາຍ, ຂໍ້ມູນ, ໂຄສະນາເປັນຢ່າງດີ. ໜັງສືພິມກອງທັບປະຊາຊົນ ແລະສູນກະຈາຍສຽງ-ໂທລະພາບກອງທັບໄດ້ເອົາຂ່າວກ່ຽວກັບການເຄື່ອນໄຫວຂອງບັນດາກົມກອງກອງທັບກະກຽມກໍາລັງ, ພາຫະນະເຂົ້າຮ່ວມຮັບມືພາຍຸລູກທີ 3 ຢ່າງທັນການ; ການເຄື່ອນໄຫວຊອກຮູ້ກູ້ໄຟ-ກູ້ຊີບ ບົນທະເລ, ຊ່ວຍປະຊາຊົນຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸກໍ່ຂຶ້ນ.
ໂດຍ: ໄຊນີດາ