ຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນ Cairo, ຝ່າຍອີຢິບ ມີທ່ານ Mohamed Abdel Latif ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ; ທ່ານ Mohamed Yehia ຫົວໜ້າກົມພິທີການ ຫ້ອງວ່າການປະທານາທິບໍດີ. ຝ່າຍຫວຽດນາມ ມີທ່ານ ຫງວຽນຮຸຍຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຢິບ; ເອກອັກຄະລັດຖະທູດຫວຽດນາມ ປະຈຳບັນດາປະເທດອາຟະລິກາ ຄື: ອານເຊຣີ, ມາຣົກ, ໂມຊໍາບິກ, ອາຟະລິກາໃຕ້, ນີເຊເຣຍ, ທານຊາເນຍ, ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳ ອີຢິບ ແລະພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ດຳລົງຊີວິດ ແລະຮ່ຳຮຽນຢູ່ປະເທດເພື່ອນ.
    |
 |
ທ່ານປະທານປະເທດ ເລືອງເກື່ອງ ແລະບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາ. ພາບ: qdnd.vn |
* ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການເຮັດວຽກກັບບັນດາເອກອັກຄະລັດຖະທູດຫວຽດນາມ ປະຈຳພາກພື້ນອາຟະລິກາ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເລືອງເກື່ອງ ໄດ້ຝາກຄຳອວຍພອນອັນອົບອຸ່ນຂອງການນຳພັກ, ລັດ; ຊົມເຊີຍບັນດາເອກອັກຄະລັດຖະທູດ ຢູ່ບໍລິເວນຫ່າງໄກ ໄດ້ຈັດເວລາ, ວຽກງານມາເຂົ້າຮ່ວມການພົບປະທີ່ມີຄວາມໝາຍນີ້.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
    |
 |
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ທີ່ການເຮັດວຽກ. ພາບ: qdnd.vn |
ທ່ານປະທານປະເທດ ຕີລາຄາສູງຄວາມຮັບຜິດຊອບ, ຄວາມມານະພະຍາຍາມອັນໃຫຍ່ຫຼວງ ແລະຄວາມຕັດສິນໃຈຂອງເອກອັກຄະລັດຖະທູດ ແລະພະນັກງານຂອງສະຖານທູດ ໃນການຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດອາຟະລິກາ; ພ້ອມທັງຊົມເຊີຍໝາກຜົນທີ່ດີ ເຊິ່ງບັນດາອົງການຕາງໜ້າ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດ ຕີລາຄາວ່າ ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດອາຟະລິກາ ໄດ້ມີບາດກ້າວຫັນປ່ຽນຢ່າງຈະແຈ້ງ, ໃນນັ້ນ ມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ດຳເນີນໄປຢ່າງຟົດຟື້ນ, ໃນຂະນະທີ່ຄວາມສາມາດບົ່ມຊ້ອນໃນການຮ່ວມມື ແລະເປີດກວ້າງຜົນປະໂຫຍດຂອງຫວຽດນາມ ຢູ່ພາກພື້ນແມ່ນໃຫຍ່ຫຼວງ.
ໃນສະພາບການນັ້ນ, ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ ອັບເດດ ແລະໃກ້ຊິດຕິດແທດກັບແນວທາງນະໂຍບາຍຂອງພັກ, ຜັນຂະຫຍາຍບັນດາເອກະສານສຳຄັນໃຫຍ່ທີ່ມີລັກສະນະກໍານົດທິດໃນຂົງເຂດການຕ່າງປະເທດ, ພິເສດແມ່ນມະຕິເລກທີ 59-NQ/TW ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ ຢ່າງແຮງ ແລະຮອບດ້ານ; ພ້ອມທັງ, ຍູ້ແຮງການຄົ້ນຄວ້າ ແລະຄາດຄະເນຍຸດທະສາດ, ເປັນເຈົ້າການ, ລາຍງານ, ເປັນເສນາທິການຢ່າງທັນການເພື່ອບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນຕໍ່ການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການພາກພື້ນ, ສາກົນຄືໃນປະຈຸບັນ.
    |
 |
ບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາຟະລິກາ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn |
ທ່ານປະທານປະເທດ ເນັ້ນໜັກວ່າ: ຫວຽດນາມ ແລະປະເທດເພື່ອນມິດອາຟະລິກາ ມີຊັບສົມບັດອັນລໍ້າຄ່າ ນັ້ນແມ່ນການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ, ດັ່ງນັ້ນ ບັນດາທ່ານເອກອັກຄະລັດຖະທູດ ຕ້ອງສືບຕໍ່ເພີ່ມພູນຄູນສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະບັນດາປະເທດອາຟະລິກາ, ຖືວ່າ ນີ້ແມ່ນພື້ນຖານອັນໜັກແໜ້ນເພື່ອຜັນຂະຫຍາຍການຮ່ວມມືໃນຂົງເຂດອື່ນ, ສະແດງໃຫ້ເຫັນຄວາມຈິງໃຈ ເພື່ອເຂົ້າສູ່ໄລຍະພັດທະນາໃໝ່ຮ່ວມກັນ. ບົນພື້ນຖານບັນດາທ່າແຮງຂອງແຕ່ລະປະເທດ, ບັນດາເອກອັກຄະລັດຖະທູດ ຕ້ອງກຳນົດບັນດາຂົງເຂດບຸລິມະສິດຊຸກຍູ້ການຮ່ວມມືກັບແຕ່ລະປະເທດ, ພິເສດແມ່ນດ້ານການຄ້າ, ການລົງທຶນ, ກະສິກຳ;...
ໂດຍ: ໄຊນີດາ