ໂດຍປະຕິບັດຕາມການຊີ້ນໍາຂອງການນໍາກະຊວງປ້ອງກັນປະເທດ, ໃນລະຫວ່າງວັນທີ 2-3 ສິງຫາ, ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ ໄດ້ສືບຕໍ່ຈັດບັນດາຖ້ຽວບິນຂົນສົ່ງວັດຖຸສິ່ງຂອງທີ່ຈໍາເປັນ, ກໍາລັງໄປຊ່ວຍປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກໄພພິບັດທໍາມະຊາດ ຢູ່ແຂວງດ້ຽນບຽນ.

ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ ບຸ່ຍທຽນເທົາ, ຮອງຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາສັ່ງຈາກຂັ້ນເທິງ, ຄະນະປະຈໍາພັກ ແລະກອງບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ຖືວ່າ ນີ້ແມ່ນໜ້າທີ່ສໍາຄັນ ແລະຮີບດ່ວນ, ສະນັ້ນ ຈຶ່ງໄດ້ຊີ້ນໍາບັນດາກອງພັນໃຫຍ່ທະຫານອາກາດ 916, ກອງພົນ 371 ສົມທົບກັບກົມກອງຕ່າງໆ ເຮັດວຽກງານກະກຽມໃນຄືນນັ້ນທັນທີ. ຖ້ຽວບິນໄດ້ຂົນສົ່ງວັດຖຸສິ່ງຂອງທີ່ຈໍາເປັນ ເພື່ອໄປຊ່ວຍປະຊາຊົນຢູ່ເຂດປະສົບກັບໄພພິບັດ ເຊິ່ງສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບຂອງທະຫານລຸງໂຮ່ ທີ່ຍາມໃດກໍ່ອວ່າຍໜ້າໄປຫາປະຊາຊົນ, ເພື່ອຮັບໃຊ້ປະຊາຊົນ”.

leftcenterrightdel
ແລກປ່ຽນວິທີການ ກ່ອນທີ່ຈະບິນຂຶ້ນ. ພາບ:  qdnd.vn

ບັນດາຈຸບິນທີ່ໄດ້ຮັບມອບໝາຍໄປປະຕິບັດໜ້າທີ່ ລວມມີນັກບິນທີ່ມີປະສົບການສູງ, ເປັນການນຳ, ຜູ້ບັນຊາການຂອງກອງພັນໃຫຍ່, ພະນັກງານ, ພາລະກອນ ແລະໜ່ວຍກູ້ໄພກູ້ຊີບທາງອາກາດ ເຊິ່ງໄດ້ເຂົ້າຮ່ວມປະຕິບັດໜ້າທີ່ກູ້ໄພມາຫຼາຍຄັ້ງແລ້ວ. ພິເສດ, ຫວ່າງມໍ່ໆມານີ້, ເຂົາເຈົ້າ ໄດ້ປະຕິບັດສຳເລັດໜ້າທີ່ຂົນສົ່ງເຄື່ອງຂອງຈຳເປັນ ແລະ ຢຸກຢາໄປຊ່ວຍປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ຕາແສງ ເມືອງແຊ໊ນ ແລະ ຕາແສງ ເຕືອງເຢືອງ (ແຂວງ ເງະອານ). ການກະກຽມຖ້ຽວບິນແມ່ນຂັ້ນຕອນ ທີ່ສັບສົນ, ໃນນັ້ນວຽກງານຮັບປະກັນ ແມ່ນມີຄວາມສໍາຄັນອັນດັບຫນຶ່ງ: ຮັບປະກັນຂໍ້ມູນໃນການບັນຊາ ແລະພາທາງ; ຄວາມປອດໄພ ໃນການບິນ; ຮັບປະກັນເຕັກນິກທາງການບິນ; ຮັບປະກັນດ້ານພະລາທິການ-ເຕັກນິກສະໜາມບິນ ແລະເຮືອບິນລໍາຕ່າງໆ ໃນການປະຕິບັດໜ້າທີ່; ຮັບປະກັນການຊອກຫາກູ້ໄພກູ້ຊີບ. ພິເສດ, ການຮັບປະກັນທາງດ້ານອຸຕຸນິຍົມ ແມ່ນເນື້ອໃນທີ່ມີຄວາມສຳຄັນ, ຕາມນັ້ນແລ້ວ, ນອກຈາກການນຳໃຊ້ອຸປະກອນຖ່າຍຮູບເມກດາວທຽມທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ທາງກົມກອງ ຍັງຕ້ອງໃກ້ຊິດຕິດແທດກັບອົງການອຸຕຸນິຍົມ ຂັ້ນເທິງ ແລະປະສານງານກັບກົມກອງທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນທາງດ້ານອຸຕຸນິຍົມ, ອຸທົກກະສາດ, ການຜັນແປຂອງສະພາບອາກາດໃຫ້ຄົບຖ້ວນ ເພື່ອຕັດສິນໃຈຢ່າງຖືກຕ້ອງ ແລະຮັບປະກັນຄວາມປອດໄພໃຫ້ແກ່ເຮືອບິນທີ່ປະຕິບັດໜ້າທີ່.

leftcenterrightdel
 
leftcenterrightdel
ຂົນສົ່ງສິນຄ້າ, ວັດຖຸສິ່ງຂອງທີ່ຈໍາເປັນ, ຢຸກຢາ ຂຶ້ນຍົນເຮລີກອບແຕ. ພາບ:  qdnd.vn

ທ່ານພັນເອກ ຫງວຽນວັນຮ່ວາງ, ຮອງຫົວໜ້າການເມືອງກອງພັນໃຫຍ່ທະຫານອາກາດ 916, ກອງພົນ 371 ໃຫ້ຮູ້ວ່າ: “ເພື່ອກະກຽມຢ່າງຮອບຄອບ, ຮັບປະກັນຄວາມປອດໄພໃຫ້ແກ່ຖ້ຽວບິນຕ່າງໆ, ພວກຂ້າພະເຈົ້າ ຕ້ອງຕື່ນແຕ່ 3 ໂມງເຊົ້າ, ໄລຍະທາງບິນຈາກຮ່າໂນ້ຍ ໄປຮອດດ້ຽນບຽນ ບໍ່ໄກ, ແຕ່ພູມສັນຖານເປັນພູທຸລະກັນດານ, ເມກໝອກປົກຄຸມໜາແໜ້ນ, ພິເສດແມ່ນຢູ່ເຂດທິດຕາເວັນຕົກສ່ຽງເໜືອ. ຍ້ອນເຫດນັ້ນ, ບັນດາຈຸບິນຕ້ອງໝູນໃຊ້ປະສົບການຂອງຕົນໃຫ້ດີ ແລະ ສົມທົບກັບຈຸບັນຊາໜ້າດິນ ແລະກົມກອງຮັບຢູ່ທ້ອງຖິ່ນ ເພື່ອເຂົ້າໄປເຖິງສະຖານທີ່ ທີ່ຕ້ອງການຄວາມຊ່ວຍເຫຼືອ, ທັງຮັບປະກັນຄວາມປອດໄພຢ່າງເດັດຂາດ, ທັງຂົນສົ່ງສິນຄ້າ ແລະ ວັດຖຸສິ່ງຂອງທີ່ຈຳເປັນໄປຊ່ວຍປະຊາຊົນຢ່າງທັນການ.

ຕອນທ່ຽງວັນທີ 3 ສິງຫາ, ຍົນເຮລິກອບແຕລໍາຕ່າງໆໄດ້ຄ່ອຍໆລົງຈອດຢູ່ຕາແສງ ເຕ່ັຍຢິ່ງ,  ນາຊອນ (ແຂວງດ້ຽນບຽນ), ມີພໍ່ແມ່ປະຊາຊົນ ນັບພັນໆຄົນ ແລະກໍາລັງທ້ອງຖິ່ນໄດ້ມາແຕ່ເຊົ້າໆ, ລຽນສອງແຖວຍາວເພື່ອຂົນສົ່ງສິນຄ້າ, ຢຸກຢາ, ວັດຖຸສິ່ງຂອງທີ່ຈໍາເປັນ ໄປຍັງສະຖານທີ່ເຕົ້າໂຮມຢ່າງຮີບດ່ວນ. ການນໍາ ແລະປະຊາຊົນທ້ອງຖິ່ນ ສະແດງຄວາມຕື້ນຕັນໃຈ ເມື່ອໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກພະນັກງານ, ນັກຮົບຂອງບັນດາກົມກອງໃນກອງທັບ.

leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບ, ປະຊາຊົນທ້ອງຖິ່ນ ຂົນສົ່ງສິນຄ້າ, ວັດຖຸສິ່ງຂອງທີ່ຈໍາເປັນ, ຢຸກຢາລົງຈາກຍົນເຮລີກອບແຕ. ພາບ:  qdnd.vn

ສະຫາຍ ເຈິ່ນດຶກຈ້ອງ, ຮອງປະທານຄະນະກໍາມະການປະຊາຊົນຕາແສງນາຊອນ ໃຫ້ຮູ້ວ່າ: ໃນກາງຄືນວັນທີ 30 ກໍລະກົດ, ຮຸ່ງເຊົ້າວັນທີ 1 ສິງຫາ, ຢູ່ຕາແສງນາຊອນ ເກີດຝົນຕົກໜັກແກ່ຍາວປະມານ 11 ຊົ່ວໂມງ, ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ. ມາຮອດປະຈຸບັນ, ໃນບໍລິເວນ ມີ 21/41 ບ້ານ ໄດ້ຮັບຄວາມເສຍຫາຍຍ້ອນດິນເຊາະເຈື່ອນ,  ນ້ຳຊຸໄຫຼ, ໃນນັ້ນມີ 400 ກວ່າຄອບຄົວ /1.300 ຄົນ ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ. ໃນຂະນະທີ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ທະຫານໄດ້ໄປຊ່ວຍປະຊາຊົນ ໂດຍບໍ່ສົນໃຈວ່າຈະເປັນກາງເວັນ ຫຼືກາງຄືນ. ພິເສດ, ກໍາລັງທະຫານອາກາດ ໄດ້ຂົນສົ່ງສິນຄ້າ, ວັດຖຸສິ່ງຂອງທີ່ຈຳເປັນເພື່ອໄປຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຢ່າງທັນການ. ອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນ ຕື້ນຕັນໃຈທີ່ສຸດ ແລະໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດຄວາມຮັກແພງ, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ.

ໂດຍ: ທູຈາງ