ພົບປະແລກປ່ຽນທິດສະດີ ຄັ້ງທີ 11 ລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດຍີ່ປຸ່ນ
ກປ.ອອນໄລ - ໂດຍປະຕິບັດຂໍ້ຕົກລົງລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດຍີ່ປຸ່ນ, ຕອນເຊົ້າວັນທີ 2 ສິງຫາ, ຢູ່ສໍານັກງານຄະນະພັກແຂວງ ຮືງອຽນ ໄດ້ດໍາເນີນການພົບປະແລກປ່ຽນທິດສະດີ ຄັ້ງທີ 11 ລະຫວ່າງ 2 ພັກດ້ວຍຫົວຂໍ້ “ສ້າງສັນຕິພາບ ແລະຮັບປະກັນສິດທິມະນຸດໃນສະພາບການໂລກໃໝ່”.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຊວນຖັ໊ງ, ກຳມະການກົມການເມືອງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢືນຢັນວ່າ: ການພົບປະແລກປ່ຽນຄັ້ງນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ສອງປະເທດແລກປ່ຽນຄວາມຄິດເຫັນທາງທິດສະດີເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະຍີ່ປຸ່ນ. ແຕ່ຈາກນັ້ນ, ປະກອບສ່ວນເພີ່ມທະວີບົດບາດ, ທີ່ຕ້ັງຂອງພັກກອມມູນິດໃນຊີວິດທາງດ້ານເສດຖະກິດ-ການເມືອງ-ຄວາມສະຫງົບທີ່ຢູ່ແຕ່ລະປະເທດເວົ້າສະເພາະ ກໍ່ຄືຢູ່ອາຊີຕາເວັນອອກ ແລະໃນໂລກ ເວົ້າລວມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຊວນຖັ໊ງ ຢືນຢັນວ່າ ໃນສະພາບການໂລກພວມຢືນຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງຄືການປະທະກັນພາກພື້ນ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມບໍ່ສະເໝີພາບທາງສັງຄົມ ແລະບັນດາຄວາມສ່ຽງກ່ຽວກັບມະນຸດສະທໍາ, ສອງພັກເຊີດຊູຄວາມຈໍາເປັນຂອງການສ້າງສັນ ແລະປັບປຸງສັນຕິພາບໂລກບົນຫຼັກການເຄົາລົບເຊິ່ງກັນ ແລະກັນ ແລະຮັບປະກັນສິດທິມະນຸດ. ພັກກອມມູນິດຫວຽດນາມ ຖືເປັນສໍາຄັນການສ້າງສັນ ແລະປັບປຸງພື້ນຖານສັນຕິພາບດ້ວຍຄວາມມານະພະຍາຍາມຍົກສູງຄວາມສາມາດບົ່ມຊ້ອນແຫ່ງຊາດ ແລະປັບປຸງຊີວິດການເປັນຢູ່ໃຫ້ປະຊາຊົນພັດທະນາຢ່າງບໍ່ຢຸດຢັ້ງ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນເພື່ອແນໃສ່ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ສ່ວນທ່ານ Tanaka Yu, ຮອງປະທານພັກກອມມູນິດ ຍີ່ປຸ່ນ ໄດ້ອວຍພອນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ ແລະຄົບຮອບ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ. ທ່ານ Tanaka ເນັ້ນໜັກວ່າ: ການຈັດຕັ້ງບັນດາການພົບປະແລກປ່ຽນທັດສະນະລະຫວ່າງສອງພັກກ່ຽວກັບການສ້າງສັນສັນຕິພາບ ແລະຮັບປະກັນສິດທິມະນຸດແມ່ນບັນຫາຮີບດ່ວນ, ມີຄວາມໝາຍເລິກເຊິ່ງຕໍ່ກັບປະຊາຊົນສອງປະເທດເວົ້າສະເພາະ ແລະປະຊາຊົນບັນດາປະເທດໃນພາກພື້ນອາຊີຕາເວັນອອກ ແລະໃນໂລກເວົ້າລວມ...
ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ກົນໄກແລກປ່ຽນທິດສະດີໃນໄລຍະຈະມາເຖິງພາຍໃຕ້ບັນດາຮູບການໃໝ່, ເນື້ອໃນອຸດົມສົມບູນ, ລະອຽດ, ຕິດແທດກັບຄວາມຮຽກຮ້ອງຕົວຈິງຂອງແຕ່ລະພັກ, ແຕ່ລະປະເທດ, ສືບຕໍ່ສົມທົບກັນຈັດຕ້ັງເປັນຢ່າງດີໃນການແລກປ່ຽນທິດສະດີ ຄັ້ງທີ 12 ຢູ່ຍ່ີປຸ່ນ ເມື່ອປີ 2026.
ໂດຍ: ໄຊນີດາ