ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບສູນການເງິນສາກົນຢູ່ຫວຽດນາມ
ກປ.ອອນໄລ - ສູນການເງິນສາກົນຫວຽດນາມ ຕ້ອງເປັນເຈົ້າການຊັກນໍາຮູບແບບການເງິນໃໝ່, ສ້າງຊ່ອງຫວ່າງໃຫ້ບັນດາຂະແໜງການທີ່ພົ້ນເດັ່ນ, ເສົາຄ້ຳໃໝ່ຂອງລະບົບການເງິນແຫ່ງຊາດໃນອະນາຄົດ. ນີ້ແມ່ນການເນັ້ນໜັກຈາກທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບສູນການເງິນສາກົນຢູ່ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 2 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ.
    |
 |
ສະມາຊິກຄະນະຊີ້ນຳສູນການເງິນສາກົນຫວຽດນາມ. ພາບ: vov.vn |
ທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ ການກໍ່ສ້າງສູນການເງິນສາກົນ (IFC) ປະສົບຜົນສຳເລັດຈະນຳມາເຊິ່ງຜົນປະໂຫຍດດ້ານຍຸດທະສາດ ແລະຮອບດ້ານໃຫ້ຫວຽດນາມ. ລະອຽດ, ກ່ຽວກັບແຫຼ່ງເງິນທຶນ, IFC ໄດ້ຊ່ວຍໃຫ້ຫວຽດນາມ ເຊື່ອມຕໍ່ກັບຕະຫຼາດການເງິນໂລກ, ຜ່ານນັ້ນດຶງດູດບັນດາລະບຽບການການເງິນສາກົນ ແລະແຫຼ່ງເງິນລົງທຶນສາກົນ, ພ້ອມທັງຫັນເປັນດີທີ່ສຸດ ແລະຊຸກຍູ້ບັນດາແຫຼ່ງກຳລັງພາຍໃນປະເທດ.
ກ່ຽວກັບການບໍລິການ, IFC ຊ່ວຍພັດທະນາລະບົບນິເວດການບໍລິການດ້ານການເງິນ-ທະນາຄານທີ່ທັນສະໄໝ, ໄດ້ມາດຕະຖານສາກົນ. ກ່ຽວກັບການຕະຫຼາດ, IFC ສ້າງບາດກ້າວບຸກທະລຸດ້ານຄຸນນະພາບໃຫ້ຕະຫຼາດການເງິນຫວຽດນາມ, ຊ່ວຍໃຫ້ຕະຫຼາດດຳເນີນທຸລະກິດຢ່າງໂປ່ງໃສ, ມີປະສິດທິຜົນ, ເຂົ້າເຖິງໃກ້ກັບມາດຖານສາກົນ. ກ່ຽວກັບທີ່ຕ້ັງແຫ່ງຊາດ, IFC ໄດ້ຍົກສູງບົດບາດ, ອິດທິພົນຊື່ສຽງ ແລະຜົນສະທ້ອນຂອງຫວຽດນາມ ໃນເວທີປາໄສສາກົນ, ຊ່ວຍໃຫ້ປະເທດເຂົ້າຮ່ວມຢ່າງເລິກເຊິ່ງກວ່າເຂົ້າຕ່ອງໂສ້ມູນຄ່າເສດຖະກິດທົ່ວໂລກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ສູນການເງິນສາກົນບໍ່ແມ່ນເຂດຕົວເມືອງພິເສດ ຫຼື ເປັນກຸ່ມອາຄານການເງິນເທົ່ານັ້ນ, ແຕ່ກ່ອນອື່ນໝົດແມ່ນການອອກແບບສະຖາບັນກົດບັນຢັດຈຳເພາະ, ສາມາດທົດລອງນະໂຍບາຍ ແລະບັນດາຮູບແບບໃໝ່, ພ້ອມທັງແມ່ນພື້ນຖານໃຫ້ບັນດາເສົາຄໍ້າຕົ້ນຕໍອະນາຄົດຂອງການເງິນແຫ່ງຊາດ: “ພວກເຮົາບໍ່ພັດທະນາສູນການເງິນສາກົນ ບໍ່ພຽງແຕ່ເພື່ອຕ້ອນຮັບນັກລົງທຶນເທົ່ານັ້ນ, ຫາກຍັງຕ້ອງເປັນເຈົ້າການຊັກນໍາຮູບແບບການເງິນໃໝ່, ສ້າງຂະແໜງການທີ່ຫາກໍ່ພົ້ນເດັ່ນ, ສ້າງກໍາລັງແຮງພັດທະນາ digital asset, ເສດຖະກິດສີຂຽວ, ບັນດາເສົາຄໍ້າໃໝ່ຂອງພື້ນຖານການເງິນໃນອະນາຄົດ. ຜ່ານນັ້ນ ສ້າງການແຜ່ຂະຫຍາຍລະຫວ່າງຮູບການການເງິນກັບພື້ນຖານເສດຖະກິດຕົວຈິງ, ຮັບໃຊ້ການຜະລິດ, ສ້າງມູນຄ່າເພີ່ມໃຫ້ບັນດາຫົວຂໍ້ທີ່ກ່ຽວຂ້ອງ, ສ້າງກໍາລັງແຮງ, ສ້າງຄວາມຂຶ້ນໃຈໃຫ້ຄົນເຂົ້າຮ່ວມ, ປະກອບສ່ວນ, ພ້ອມກັນສ້າງສັນໃຫ້ອະນາຄົດພັດທະນາ”.
ໂດຍ: ດັ້ງເກື່ອງ