ພັກ ແລະລັດ ຍາມໃດກໍ່ເສີມຂະຫຍາຍນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ ເພື່ອປຸກລະດົມນ້ຳໃຈຮັກຊາດຢ່າງແຂງແຮງ
ກປ.ອອນໄລ - ນີ້ແມ່ນການຢືນຢັນຂອງທ່ານ ໂດວັນຈ໊ຽນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ.
ຕອນບ່າຍວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານ ໂດວັນຈ໊ຽນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມມິດຕະພາບ ສ.ເກົາຫຼີ ແຕ່ວັນທີ 29 ກໍລະກົດຫາວັນທີ 2 ສິງຫາ.
    |
 |
ທ່ານ ໂດວັນຈ໊ຽນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະທ່ານ ຫວູໂຮ່ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສ.ເກົາຫຼີ ຮັບຟັງຄໍາຄິດເຫັນຈາກຜູ້ຕາງໜ້າບັນດາສະມາຄົມ, ຄະນະຂອງປະຊາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ອນນັ້ນ, ຕອນເຊົ້າວັນທີ 2 ສິງຫາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ເຊີອູນ ແລະພົບປະກັບພະນັກງານສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ ແລະເຮັດວຽກຢູ່ ສ.ເກົາຫຼີ, ທ່ານ ໂດວັນຈ໊ຽນ ຢືນຢັນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຊາວຫວຽດນາມ ພວມດໍາລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດ, ຖືນັ້ນແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້, ແມ່ນເລືອດເນື້ອຂອງຊາດຫວຽດນາມ. ສະນັ້ນ, ແນວທາງ, ນະໂຍບາຍຂອງພັກ ແລະລັດ ແຕ່ກ່ອນມາຮອດປະຈຸບັນຍາມໃດກໍ່ມຸ່ງເຖິງການຊຸກຍູ້ຄວາມສາມັກຄີທົ່ວຊາດ ເພື່ອປຸກລຸກຈິດໃຈຮັກຊາດຢ່າງແຂງແຮງ, ຄວາມເອກອ້າງທະນົງໃຈ, ເຊື່ອມຕໍ່ປະຊາຄົມ, ມຸ່ງເຖິງກົກເຄົ້າເພື່ອເຮັດໃຫ້ຊີວິດດີກວ່າ.
ໂດຍ: ໄຊນີດາ