ການພົວພັນຫວຽດນາມ - ອີຢິບ ມີປະຫວັດສາດອັນຍາວນານ ແລະສະໜິດຕິດພັນແບບພິເສດນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1963, ສະແດງອອກໃຫ້ເຫັນຜ່ານເລື່ອງສອງປະເທດຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນໃນການຕໍ່ສູ້ປົດປ່ອຍຊາດກໍ່ຄືຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ. ໃນຍາມຍັງມີຊີວິດ, ປະທານ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ອີຢິບ 3 ຄັ້ງ, ໃນເດືອນ ມິຖຸນາ 1911, ເດືອນ ມິຖຸນາ ແລະເດືອນ ກັນຍາ 1946.

ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ອີຢິບ ແມ່ນປະເທດອາຟຣິກາເໜືອ ທຳອິດທີ່ໄດ້ຮັບຮູ້ຫວຽດນາມ ເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດຄົບຖ້ວນ. ປະຈຸບັນ, ອີຢິບແມ່ນຕະຫຼາດສຳຄັນ ແລະຄູ່ຮ່ວມມືການຄ້າໃຫຍ່ຂອງຫວຽດນາມ ຢູ່ອາຟຣິກາເໜືອ ດ້ວຍວົງເງິນການຄ້າສອງຝ່າຍບັນລຸ 541,36 ລ້ານໂດລາສະຫະລັດ ໃນປີ 2024. ສອງປະເທດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນຂົງເຂດການສຶກສາ-ບຳລຸງສ້າງ ແລະຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.

ໃນຂະນະນັ້ນ, ຫວຽດນາມ ແລະອັງໂກລາ ແມ່ນສອງປະເທດທີ່ມີສາຍພົວພັນເປັນມິດສະຫາຍ, ສັດຊື່ບໍລິສຸດ, ຕັ້ງໜ້າສະໜັບສະໜູນ, ລະດົມກຳລັງໃຈເຊິ່ງກັນ ແລະກັນໃນໄລຍະຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ, ຈັກກະພັດ, ປົດປ່ອຍຊາດ ແລະໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ. ໃນປະຫວັດສາດ, ພັກກອມມູນິດຫວຽດນາມ ແລະພັກຂະບວນການປະຊາຊົນປົດປ່ອຍອັງໂກລາ (MPLA) ໄດ້ຮັກສາການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ເຊິ່ງໄດ້ສ້າງຕັ້ງຂຶ້ນກ່ອນ 2 ປະເທດຍາດໄດ້ເອກະລາດແຫ່ງຊາດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ການຮ່ວມມືດ້ານເສດຖະກິດ - ການລົງທຶນ - ການຄ້າລະຫວ່າງຫວຽດນາມ ແລະອັງໂກລາ ໃນໄລຍະຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ວົງເງິນການຄ້າປີ 2024 ບັນລຸເກືອບ 250 ລ້ານໂດລາສະຫະລັດ... ຫວ່າງມໍ່ໆມານີ້, ບັນດາວິສາຫະກິດຫວຽດນາມ ໄດ້ມີຄວາມສົນໃຈຕໍ່ການຊຸກຍູ້ການຮ່ວມມື ແລະລົງທຶນຢູ່ອັງໂກລາ ໃນບັນດາຂົງເຂດນ້ຳມັນອາຍແກັສ, ໄຟຟ້ານ້ຳຕົກ, ກະສິກຳ, ປ່າໄມ້, ບໍ່ແຮ່. ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆເຊັ່ນ: ການສຶກສາ - ບໍາລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ ແລະຢູ່ເວທີປາໄສຫຼາຍຝ່າຍກໍ່ໄດ້ຮັບໝາກຜົນເປັນໜ້າຊື່ນຊົມ.

ການຢ້ຽມຢາມທາງລັດຖະກິດ ອີຢິບ ຂອງທ່ານ ເລືອງເກື່ອງ  ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຫຼັກແຫຼ່ງຫວຽດນາມ  ພາຍຫຼັງ 7 ປີ ແລະ ໄປອັງໂກລາ ແມ່ນພາຍຫຼັງ 17 ປີ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ໄດ້ເອົາໃຈໃສ່ເຖິງການພົວພັນກັບບັນດາຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອຢູ່ອາຟຣິກາ, ປາດຖະໜາຢາກສ້າງບາດກ້າວບຸກທະລຸ ແລະຍົກລະດັບການພົວພັນກັບບັນດາປະເທດໃນທະວີບ. ພິເສດ, ນີ້ແມ່ນໂອກາດເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ ແລະເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງຂຶ້ນຕື່ມ, ສ້າງກໍາລັງແຮງຜັກດັນ, ສ້າງຂອບເຂດການຮ່ວມມືໃໝ່ລະຫວ່າງຫວຽດນາມ ກັບອີຢິບ, ຊຸກຍູ້ການພົວພັນຫວຽດນາມ-ອັງໂກລາ ແລະການພົວພັນມິດຕະພາບອັນດີງາມລະຫວ່າງພັກກອມມູນິດຫວຽດນາມ ແລະພັກ MPLA.

ໃນສະພາບທີ່ອາຟຣິກາ ຄາດວ່າຈະກາຍເປັນສູນພັດທະນາຢ່າງຂະຫຍັນຂັນເຄື່ອນໃນທົດສະວັດທີ່ຈະມາເຖິງນີ້, ການຢ້ຽມຢາມຍັງຊ່ວຍໃຫ້ຫວຽດນາມ ຫັນຄູ່ຮ່ວມມືເປັນຫຼາຍຮູບແບບ, ເປີດກວ້າງຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນຢູ່ອາຟຣິກາ, ຊຸກຍູ້ການຮ່ວມມືກ່ຽວກັບການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ, ພະລັງງານສະອາດ, ກໍ່ສ້າງ, ທ່ອງທ່ຽວ... ກັບບັນດາຄູ່ຮ່ວມມືອີຢິບ ແລະບັນດາຂົງເຂດພະລັງງານ, ນໍ້າມັນອາຍແກັດ, ຂຸດຄົ້ນແຮ່ທາດ, ປຸງແຕ່ງກະສິກໍາ, ທະນາຄານ... ກັບອັງໂກລາ. ການພົວພັນອັນດີງາມ ກໍ່ແມ່ນເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ ແລະພາກພື້ນ, ຄື: ສປຊ, ອາຊຽນ, ສະຫະພັນອາຣັບ, ສະຫະພັນອາຟຣິກາ, ເລື່ອງ ອີຢິບ ແລະອັງໂກລາ ຕ້ອນຮັບທ່ານ ເລືອງເກື່ອງ ແລະພັນລະຍາຢ້ຽມຢາມທາງລັດຖະກິດສະແດງໃຫ້ເຫັນການຖືເປັນສຳຄັນຂອງ 2 ປະເທດ ອາຟຣິກາ ຕໍ່ຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ ນັບມື້ນັບມີຄວາມສຳຄັນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ - ປາຊີຟິກ; ພ້ອມທັງຢືນຢັນຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ ແລະຮັບຮອງເອົາ ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດ ແລະບັນດາອົງການຈັດຕັ້ງຫຼາຍຝ່າຍໃນພາກພື້ນ.

ປະຫວັດຄວາມເປັນມາຂອງມູນເຊື້ອມິດຕະພາບອັນດີງາມ, ການພັດທະນາຢ່າງຕັ້ງໜ້າໃນການພົວພັນກັບອີຢິບ ແລະອັງໂກລາ ໃນໄລຍະຜ່ານມາ ແມ່ນບ່ອນອີງ ເພື່ອໃຫ້ເຊື່ອໝັ້ນວ່າ, ຫວຽດນາມ ຈະພ້ອມກັບສອງພື້ນຖານເສດຖະກິດໃຫຍ່ຢູ່ອາຟຣິກາ ສືບຕໍ່ຊຸກຍູ້ການຮ່ວມມືທີ່ສອດຄ່ອງກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ ແລະຄວາມຕ້ອງການພັດທະນາຂອງຫວຽດນາມ ໃນສັງກາດໃໝ່.

ພວກເຮົາກໍ່ຫວັງວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານ ເລືອງເກື່ອງ  ຈະປະກອບສ່ວນສ້າງບາດກ້າວບຸກທະລຸ ແລະເປັນກຳລັງໜູນ, ເປີດກວ້າງການຮ່ວມມືໃນໄລຍະໃໝ່, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ກັບອີຢິບ ແລະອັງໂກລາ ກໍ່ຄືບັນດາປະເທດອາຟຣິກາ.

ໂດຍ: ໄຊນີດາ