ຕ້ອນຮັບທ່ານປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ມີທ່ານ Ahmed Aboul Gheit ເລຂາທິການໃຫຍ່ສະຫະພັນອາຣັບ ແລະບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ແລະຜູ້ຕາງໜ້າບັນດາປະເທດສະມາຊິກສະຫະພັນອາຣັບ. ຢູ່ທີ່ນີ້, ທ່ານ ເລືອງເກື່ອງ ແລະທ່ານ Ahmed Aboul Gheit ໄດ້ເປັນສັກຂີພິຍານພິທີຊັກທຸງຊາດ ຫວຽດນາມ.
ບັນດາປະເທດຕ້ອງສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ສັນຕິພາບໂລກຢ່າງຈະແຈ້ງ
ກ່າວຄຳເຫັນທີ່ສະຫະພັນອາຣັບ, ທ່ານປະທານປະເທດ ໃຫ້ຮູ້ວ່າ ຈາກປະຫວັດສາດແຫ່ງຄວາມສາມັກຄີ, ສະໜິດຕິດພັນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນລ້ຳຄ່າທີ່ສຸດ, ຫວຽດນາມ ປາດຖະໜາຢາກຂຽນໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບບັນດາປະເທດອາຣັບ ອ້າຍນ້ອງ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ. ບົນເນື້ອໃນຈິດໃຈນັ້ນ, ທ່ານປະທານປະເທດ ໄດ້ແບ່ງປັນທັດສະນະຂອງຫວຽດນາມ ກ່ຽວກັບສະພາບການໂລກ ແລະພາກພື້ນໃນປະຈຸບັນ; ບັນດາຜົນສຳເລັດຂອງກິດຈະການປ່ຽນແປງໃໝ່ ແລະກໍານົດທິດຂອງຫວຽດນາມ ໃນສັງກາດໃໝ່; ກໍ່ຄື ວິໄສທັດກ່ຽວກັບການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ ອາຣັບ ໃນໄລຍະຈະມາເຖິງ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ກ່າວຄໍາເຫັນທີ່ສະຫະພັນ ອາຣັບ ຢູ່ນະຄອນຫຼວງ Cairo. ພາບ: qdnd.vn |
ໃນສະພາບແວດລ້ອມທີ່ສັບສົນໃນປະຈຸບັນ, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຫວັງວ່າ ທຸກໆປະເທດໃນໂລກຕ້ອງສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງຈະແຈ້ງກ່ຽວກັບສັນຕິພາບຂອງໂລກ, ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍສາກົນ ແລະບັນດາຫຼັກການປະພຶດລວມທີ່ໄດ້ຮັບຮູ້ມານັ້ນຢ່າງກວ້າງຂວາງ, ເຄົາລົບຜົນປະໂຫຍດອັນຊອບທຳຂອງບັນດາປະເທດນ້ອຍ ແລະກາງ. ຫວຽດນາມ ກັບບັນດາປະເທດອາຣັບ ຕ້ອງເພີ່ມທະວີຄວາມສາມັກຄີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ, ການເມືອງຂອງໂລກຢ່າງຍຸຕິທຳ ແລະສະເໝີພາບ, ບົນພື້ນຖານກົດໝາຍສາກົນ.
ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດກ່ຽວກັບການນຳໃຊ້ກຳລັງອາວຸດ, ເຮັດໃຫ້ເກີດການປະທະກັນທີ່ແກ່ຍາວ ແລະວິກິດການດ້ານມະນຸດສະທຳຢູ່ຕາເວັນອອກກາງໃນປະຈຸບັນ; ພ້ອມທັງຫວັງວ່າ ທຸກຝ່າຍທີ່ກ່ຽວຂ້ອງຈະແກ້ໄຂໂດຍສັນຕິວິທີ ແລະຍືນຍົງບົນພື້ນຖານກົດໝາຍສາກົນຜ່ານການເຈລະຈາໃຫ້ແກ່ການປະທະກັນ, ຄວາມບໍ່ລົງລອຍກັນຢູ່ພາກພື້ນ.
ທ່ານປະທານປະເທດ ໄດ້ຢ້ຳຄືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບຂະບວນການສັນຕິພາບຢູ່ຕາເວັນອອກກາງ ແມ່ນຫວຽດນາມ ຢຶດໝັ້ນສະໜັບສະໜູນວິວັດການແກ້ໄຂການປະທະກັນລະຫວ່າງ ອິດສະຣາແອນ - ປາແລັດສະຕິນ, ສອດຄ່ອງກັບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.
ການພົວພັນສະໜິດສະໜົມລະຫວ່າງປະຊາຊົນຫວຽດນາມ ກັບບັນດາປະເທດ ອາຣັບ
ທົບທວນຄືນບັນດາຜົນງານອັນໃຫຍ່ຫຼວງຂອງຫວຽດນາມ ທີ່ມີຄວາມໝາຍປະຫວັດສາດໃນເວລາເກືອບ 40 ປີແຫ່ງການປ່ຽນແປງໃໝ່, ທ່ານປະທານປະເທດ ຖືວ່າ, ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວນັ້ນ, ຫວຽດນາມ ຍາມໃດກໍ່ສຸມໃສ່ກໍ່ສ້າງ 3 ປັດໄຈທີ່ເປັນພື້ນຖານຢ່າງບໍ່ຢຸດຢັ້ງ. ນັ້ນແມ່ນການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ; ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; ສ້າງເສດຖະກິດຕະຫຼາດກໍານົດທິດສັງຄົມນິຍົມ.
ຈາກພຶດຕິກໍາຕົວຈິງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ທ່ານປະທານປະເທດ ຍັງໄດ້ແບ່ງປັນ 5 ບົດຮຽນໃຫຍ່ ລວມມີ: ຢຶດໝັ້ນຕໍ່ເປົ້າໝາຍເອກະລາດແຫ່ງຊາດ ແລະສັງຄົມນິຍົມ; ຢືດໝັ້ນຕໍ່ແນວທາງປ່ຽນແປງໃໝ່; ຮັກສາ ແລະເພີ່ມທະວີບົດບາດນຳພາ, ກໍາອໍານາດຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນທຸກໄຊຊະນະຂອງກິດຈະການປ່ຽນແປງໃໝ່;...
ກ່ຽວກັບສັງກາດໃໝ່, ສັງກາດແຫ່ງການບືນຕົວເພື່ອພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນຂອງຊາດຫວຽດນາມ, ທ່ານປະທານປະເທດ ໃຫ້ຮູ້ວ່າ, ການນຳຂອງພັກ ແລະລັດຫວຽດນາມ ໂດຍ ທ່ານ ໂຕເລິມ ເລຂາທິການໃຫຍ່ ເປັນຜູ້ນໍາໜ້າ ໄດ້ຍົກອອກວິໄສທັດໃໝ່, ພະຍາຍາມສູ້ຊົນປະຕິບັດສອງເປົ້າໝາຍຍຸດທະສາດ 100 ປີໃຫ້ສຳເລັດ: ຮອດປີ 2030, ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ, ຫວຽດນາມ ກາຍເປັນປະເທດກຳລັງພັດທະນາ, ມີອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ ແລະຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດ, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ກ່ຽວກັບວຽກງານການຕ່າງປະເທດ, ຫວຽດນາມ ຈະສືບຕໍ່ປະຕິບັດຢ່າງສະເໝີຕົ້ນສະເໝີປາຍຕໍ່ແນວທາງການທູດເອກະລາດ, ສັນຕິພາບ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ເຂົ້າຮ່ວມຢ່າງເປັນເຈົ້າການ ແລະມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະສາກົນ.
ກ່ຽວກັບການພົວພັນທາງປະຫວັດສາດລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນບັນດາປະເທດອາຣັບ, ທ່ານປະທານປະເທດ ຊີ້ແຈ້ງວ່າ ການພົວພັນສະໜິດສະໜົມລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດ ອາຣັບ ມີພື້ນຖານປະຫວັດສາດ ໂດຍ ປະທານ ໂຮ່ຈີມິນ ຂອງຫວຽດນາມ ແລະການນຳຂອງຫຼາຍປະເທດ ອາຣັບ ໄດ້ເພີ່ມພູນຄູນສ້າງ.
ເພື່ອນໍາການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບອີຢິບ ແລະບັນດາປະເທດອາຣັບ ໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ຍືນຍົງ, ທ່ານປະທານປະເທດ ສະເໜີໃຫ້ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຮ່ວມມືຫຼາຍດ້ານ; ພ້ອມທັງປາດຖະໜາຢາກຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນກັບບັນດາປະເທດ ອາຣັບ ແລະສະຫະພັນອາຣັບ ຢູ່ທັງສອງຝ່າຍ ກໍ່ຄື ຢູ່ບັນດາກອງປະຊຸມ ແລະເວທີປາໄສຫຼາຍຝ່າຍ. ຖືວ່າຕ້ອງເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນເລິກເຊິ່ງຂຶ້ນຕື່ມ, ທ່ານປະທານປະເທດ ຊີ້ແຈ້ງວ່າ ພື້ນຖານເສດຖະກິດຂອງສອງປະເທດມີຄວາມສາມາດເພີ່ມເຕີມໃຫ້ແກ່ກັນ, ສ້າງເງື່ອນໄຂ ເພື່ອແນໃສ່ຍູ້ແຮງການຮ່ວມມືທີ່ແທດຈິງ, ຫຼາຍດ້ານລະຫວ່າງສອງຝ່າຍກວ່າອີກ; ພ້ອມກັນຊຸກຍູ້ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ.
ຜ່ານບົດບາດສຳຄັນຂອງສະຫະພັນອາຣັບ, ທ່ານປະທານປະເທດ ປາດຖະໜາວ່າ ລັດຖະບານຂອງບັນດາປະເທດສະມາຊິກ ຈະສ້າງເງື່ອນໄຂສະດວກກວ່າໃຫ້ຄົນງານຫວຽດນາມ ປະມານ 30.000 ຄົນທີ່ພວມເຮັດວຽກຢູ່ບັນດາປະເທດ ອາຣັບ ຄື: ຊາອຸດິ ອາຣາເບຍ, ກູເວດ, ກາຕາ, ສະຫະອາຣັບເອມິເຣດ (UAE)...
ທ່ານປະທານປະເທດ ກໍ່ສະເໜີໃຫ້ສອງຝ່າຍເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະສາກົນຕື່ມອີກ. ທ່ານປະທານປະເທດ ຢືນຢັນວ່າ, ໃນຖານະທີ່ເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ຫວຽດນາມ ໄດ້ ແລະກຳລັງມີການປະກອບສ່ວນນັບມື້ນັບຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາພາກພື້ນ ແລະສາກົນ, ພ້ອມແລ້ວທີ່ຈະເປັນຂົວຕໍ່, ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະສະຫະພັນອາຣັບຕື່ມອີກ. ພິເສດແມ່ນໃນການປົກປັກຮັກສາສັນຕິພາບ ແລະຊຸກຍູ້ການສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກຢ່າງຍຸຕິທໍາ, ສະເໝີພາບ, ອີງໃສ່ກົດໝາຍສາກົນ, ບ່ອນທີ່ມີທັດສະນະ ແລະຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງບັນດາປະເທດກຳລັງພັດທະນາ ທີ່ໄດ້ຮັບຟັງ ແລະໄດ້ຮັບຄວາມເຄົາລົບ.
ປະສົບການຂອງຫວຽດນາມ ແມ່ນແຫຼ່ງບັນດານໃຈໃຫ້ບັນດາປະເທດອາຣັບ
ພາຍຫຼັງບົດກ່າວຄໍາເຫັນນະໂຍບາຍຂອງທ່ານປະທານປະເທດ, ຕາງໜ້າໃຫ້ 22 ປະເທດສະມາຊິກສະຫະພັນອາຣັບ, ທ່ານ Amjad Adaile ເອກອັກຄະລັດຖະທູດ ຈໍແດນ, ປະທານສະພາຜູ້ຕາງໜ້າຖາວອນຂອງສະຫະພັນອາຣັບ ໄດ້ກ່າວຄໍາເຫັນຕີລາຄາວ່າ ການຢ້ຽມຢາມຂອງທ່ານປະທານປະເທດ ແມ່ນຂີດໝາຍປະຫວັດສາດໃນການພົວພັນຂອງສະຫະພັນອາຣັບ ກັບ ຫວຽດນາມ. ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືໃນທຸກຂົງເຂດ ແລະເພີ່ມທະວີຄວາມສາມັກຄີລະຫວ່າງ ຫວຽດນາມ - ອາຣັບ. ສະແດງຄວາມເປັນເອກະພາບສູງຕໍ່ການກຳນົດທິດນະໂຍບາຍຂອງທ່ານປະທານປະເທດ, ທ່ານ Amjad Adaile ເນັ້ນໜັກວ່າ ປະສົບການຂອງຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດແມ່ນແຫຼ່ງບັນດານໃຈໃຫ້ບັນດາຊົນຊາດອາຣັບ ແລະ 2 ຝ່າຍພ້ອມກັນແບ່ງປັນບັນດາຄຸນຄ່າເອກະລາດ, ເສລີພາບ. ເນື່ອງໃນໂອກາດນີ້, ທ່ານ Amjad Adaile ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບອົກຂອບໃຈ ແລະຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນການຕໍ່ສູ້ອັນຊອບທໍາຂອງຊາວ ປາແລັດສະຕິນ.
ໂດຍ: ໄຊນີດາ