ເຂົ້າຮ່ວມພິທີເປີດ ມີ: ພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ພັນເອກ ວຽງໄຊ ສຸລິວົງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ລາວ ປະຈໍາ ຫວຽດນາມ; ພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ, ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນເປີດພິທີ. ພາບ: qdnd.vn

ກ່າວຄຳເຫັນເປີດພິທີ, ພັນເອກພິເສດ ຫງວຽນຮົ່ງຫາຍ ໄດ້ແນະນຳປະຫວັດຄວາມເປັນມາ, ມູນເຊື້ອ ແລະການກໍານົດທິດພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ໃນຕະຫຼອດໄລຍະເກືອບ 75 ປີແຫ່ງວັນສ້າງຕັ້ງ ແລະເຕີບໃຫຍ່ຂະຫຍາຍຕົວ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ບັນດາອົງການ, ກົມກອງຢູ່ພາຍໃນ ແລະພາຍນອກກອງທັບ, ພ້ອມກັບການໃຫ້ກຳລັງໃຈພິເສດຈາກເພື່ອນມິດສາກົນ, ໃນນັ້ນມີການໃຫ້ກຳລັງໃຈພິເສດຂອງບັນດາການນຳພັກ, ລັດ, ກໍາລັງປະກອບອາວຸດ ແລະປະຊາຊົນລາວ, ເປັນຕົ້ນແມ່ນເພື່ອນຮ່ວມງານໜັງສືພິມກອງທັບປະຊາຊົນລາວ.

leftcenterrightdel
ພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີເປີດ. ພາບ: qdnd.vn

ພັນເອກພິເສດ ຫງວຽນຮົ່ງຫາຍ ປາດຖະໜາວ່າ ພາຍຫຼັງສິ້ນສຸດຊຸດຝຶກອົບຮົມ, ພະນັກງານໜັງສືພິມກອງທັບປະຊາຊົນລາວ ບໍ່ພຽງແຕ່ຮັບເອົາບົດຮຽນ, ປະສົບການອັນໃໝ່ດ້ານວຽກງານສື່ມວນຊົນເທົ່ານັ້ນ ຫາກຍັງແມ່ນອາລົມຈິດອັນອົບອຸ່ນ, ຄວາມສັດຊື່ບໍລິສຸດ ແລະຄວາມຮັກແພງອັນສະໜິດສະໜົມລະຫວ່າງສອງປະເທດອ້າຍນ້ອງບ້ານໃກ້ເຮືອນຄຽງ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ພັນໂທ ອາໄພ ອະໄພຍະວົງ ໄດ້ເນັ້ນໜັກເຖິງການໜູນຊ່ວຍ, ການປະກອບສ່ວນອັນໃຫຍ່ຫຼວງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ແກ່ໜັງສືພິມກອງທັບປະຊາຊົນລາວ ໃນການກໍ່ສ້າງຖັນແຖວນັກຂ່າວໃຫ້ມີຄວາມຮູ້ຄວາມສາມາດ ເພື່ອປະຕິບັດສໍາເລັດທຸກໜ້າທີ່ເປັນຢ່າງດີ. ພ້ອມທັງ ຢືນຢັນວ່າ ຊຸດຝຶກອົບຮົມຄັ້ງນີ້ ແມ່ນໂອກາດອັນດີໃຫ້ແກ່ພະນັກງານໜັງສືພິມກອງທັບປະຊາຊົນລາວ ໄດ້ຮຽນຮູ້ບົດຮຽນ ແລະປະສົບການອັນໃໝ່ໆ ເພື່ອນໍາໄປນໍາໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງ.

ໂດຍ: ຈາງຫງວຽນ