ທີ່ກອງປະຊຸມ, ສອງຝ່າຍເຫັນດີຮັກສາ ແລະເສີມຂະຫຍາຍກວ່າອີກບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງສ້າງຕັ້ງກົນໄກຮ່ວມມືໃໝ່, ເພີ່ມທະວີການສົມທົບກັນລະຫວ່າງສອງກະຊວງການຕ່າງປະເທດ, ລວມມີການຮັບຮອງເອົາກົນໄກປຶກສາຫາລືການເມືອງ ເພື່ອປະສານງານການພົວພັນໃນທຸກຂົງເຂດ, ຊຸກຍູ້ ແລະຈັດຕັ້ງສໍາເລັດການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ປະຕິບັດຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳສອງປະເທດ, ພ້ອມທັງເພີ່ມທະວີສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ.
    |
 |
ບັນຍາກາດກອງປະຊຸມປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ໂຮນລັງ. ພາບ: baoquocte.vn |
ສອງຮອງລັດຖະມົນຕີ ກໍ່ເຫັນດີຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ ເພື່ອຍົກສູງວົງເງິນການຄ້າລະຫວ່າງຝ່າຍໜຶ່ງແມ່ນຫວຽດນາມ ແລະຝ່າຍໜຶ່ງແມ່ນໂຮນລັງ ແລະອີຢູ ພ້ອມທັງຫັນຜະລິດຕະພັນສິນຄ້າ ແລະຕະຫຼາດ ເປັນຫຼາກຫຼາຍ, ຮັບມືກັບ ການຜັນແປຂອງສະພາບການໂລກ ແລະພາກພື້ນ ຢ່າງທັນການ.
ທ່ານນາງ ເລທິທູຮັ່ງ ສະເໜີ ໂຮນລັງ ເປີດກວ້າງຕະຫຼາດກະສິກຳຫວຽດນາມ ກວ່າອີກ, ໃຫ້ສັດຕະຍາບັນ EVIPA ໂດຍໄວເພື່ອສ້າງເງື່ອນໄຂສະດວກກວ່າໃຫ້ແກ່ບັນດາວິສາຫະກິດສອງຝ່າຍ ເປີດກວ້າງການລົງທຶນ ແລະສົ່ງອອກ-ນຳເຂົ້າ, ມີສຽງເວົ້າເພື່ອໃຫ້ອີຢູ ຍົກເລີກບັດເຫຼືອງສໍາລັບສິນທະເລສົ່ງອອກຂອງຫວຽດນາມ ໂດຍໄວ, ໂດຍຖືເອົາຄວາມມານະພະຍາຍາມຂອງຫວຽດນາມ ໃນໄລຍະຜ່ານມາ.
ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍຕີລາຄາສູງທັດສະນະ ແລະຫຼັກໝັ້ນພາວະວິໄສ, ດຸນດ່ຽງ ແລະມີຄວາມຮັບຜິດຊອບຂອງກັນກ່ຽວກັບຫຼາຍບັນຫາສາກົນ ແລະພາກພື້ນ; ເນັ້ນໜັກວ່າໃນສະພາບການໂລກ ທີ່ຜັນແປຢ່າງວ່ອງໄວ, ສັບສົນ, ການປະທະກັນ ແລະຄວາມເຄັ່ງຕຶງທີ່ມີຄວາມສ່ຽງປີນຂັ້ນໄດໃນຫຼາຍພາກພື້ນ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມື ເພື່ອໂລກແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ, ເຄົາລົບກົດໝາຍ.
ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ໂຮນລັງ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ທຸກການຂັດແຍ້ງກັນຕ້ອງໄດ້ແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ໂດຍ: ໄຊຊະນະ