ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Marubeni
ກປ.ອອນໄລ - ຕອນບ່າຍວັນທີ 14 ກໍລະກົດ, ທີ່ສໍານັກງານນາຍົກລັດຖະມົນຕີ ຕ້ອນຮັບທ່ານ Masayuki Omoto ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ), ພວມຢ້ຽມຢາມຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີສືບຕໍ່ເປີດກວ້າງໂຮງງານຄວາມຮ້ອນອາຍແກັດ; ພ້ອມທັງ, ຮ່ວມມືກັບກຸ່ມບໍລິສັດອຸດສາຫະກໍາ-ພະລັງງານແຫ່ງຊາດຫວຽດນາມ (Petrovietnam) ໃນຂົງເຂດໄຟຟ້າແຮງລົມນອກຝັ່ງ, ໜູນຊ່ວຍຫວຽດນາມ ປ່ອຍອາຍພິດເຮືອນແກ້ວລົງລະດັບ 0 ໃນປີ 2050.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ພາບ: vov.vn |
ທ່ານນາຍົກລັດຖະມົນຕີ ກໍ່ປາດຖະໜາຢາກ Marubeni ສຸມໃສ່ໜູນຊ່ວຍເພື່ອໃຫ້ກາເຟ ແລະເຂົ້າສານຫວຽດນາມ ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ ຢ່າງແຂງແຮງ ກໍ່ຄືຕະຫຼາດໂລກ; ຍີ່ປຸ່ນສາມາດເພີ່ມທະວີການນໍາເຂົ້າສະບຽງອາຫານ, ທັນຍາຫານ, ໝາກໄມ້ຂອງຫວຽດນາມ.
ທ່ານ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂະແໜງການອຸດສາຫະກໍາຫວຽດນາມ; ສະເໜີ ຫວຽດນາມ ເພີ່ມສະມັດຕະພາບແບ່ງປັນແຫຼ່ງສະໜອງໄຟຟ້າໃຫ້ແຂວງກວາງນິງ ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນຕື່ມອີກ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn |
ກ່ຽວກັບການລົງທຶນເຂົ້າເຂດອຸດສາຫະກໍາ Amata City ຢູ່ກວາງນິງ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກ Marubeni ສືບຕໍ່ລົງທຶນເຂົ້າຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ; ໃຫ້ຄໍາໝັ້ນສັນຍາວ່າ ລັດຖະບານສືບຕໍ່ປະຕິຮູບລະບຽບການບໍລິຫານ, ການລົງທຶນພັດທະນາພື້ນຖານໂຄງລ່າງຍຸດທະສາດ, ຜ່ານນັ້ນ ອໍານວຍຄວາມສະດວກໃຫ້ບັນດານັກລົງທຶນ, ໃນນັ້ນມີ Marubeni.
ໂດຍ: ໄຊນີດາ