ທີ່ການພົບປະກັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການເພື່ອເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງກວ່າອີກ, ໃນນັ້ນມີການຊຸກຍູ້ບັນດາການຢ້ຽມຢາມ ແລະການພົບປະຢູ່ທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະປະຕິບັດບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ເຫັນດີສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Marco Rubio ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ກະຊວງການຕ່າງປະເທດ.

ທ່ານ ບຸ່ຍແທງເຊີນ ສະເໜີ ອາເມລິກາ ໜູນຊ່ວຍຫວຽດນາມ ໃນບັນດາຄວາມມານະພະຍາຍາມຍູ້ແຮງນະວັດຕະກຳ, ການຫັນເປັນດີຈີຕອນ, ພັດທະນາຕ່ອງໂສ້ການສະໜອງເຕັກໂນໂລຊີສູງ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ຕີລາຄາສູງຄວາມເຈດຕະນາດີ ແລະການປະສານງານຂອງອາເມລິກາ ໃນການໜູນຊ່ວຍບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ ຫວຽດນາມ.

ທ່ານ Marco Rubio ຢືນຢັນການຖືເປັນສໍາຄັນການພົວພັນກັບຫວຽດນາມ, ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ສົມທົບກັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ສືບຕໍ່ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຖືນີ້ແມ່ນພະຍານຫຼັກຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ ແລະເປັນສັນຍາລັກໃຫ້ແກ່ການພັດທະນາຂອງການພົວພັນ.

ສອງຝ່າຍກໍ່ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ ແລະເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ທີ່ການພົບປະກັບທ່ານນາງ Kaja Kallas ຮອງປະທານຄະນະກໍາມະການເອີຣົບ (EC), ຜູ້ຕາງໜ້າຂັ້ນສູງ ອີຢູ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງ, ທ່ານ ບຸ່ຍແທງເຊີນ ສະເໜີອີຢູ ຊຸກຍູ້ການປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA), ຍົກເລີກ “ບັດເຫຼືອງ” ສໍາລັບການສົ່ງອອກສິນທະເລຂອງ ຫວຽດນາມ ໂດຍໄວ; ສົ່ງເສີມວິສາຫະກິດເອີລົບ ລົງທຶນເຂົ້າບັນດາໂຄງການສຳຄັນຂອງຫວຽດນາມ ດ້ານພື້ນຖານໂຄງລ່າງ, ພະລັງງານທົດແທນ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ສະພາບແວດລ້ອມ ແລະຍູ້ໄວການເຈລະຈາສັນຍາການຄ້າເສລີ ຫວຽດນາມ - EFTA.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະກັບທ່ານ David Lammy ລັດຖະມົນຕີການຕ່າງປະເທດອັງກິດ. ພາບ: ກະຊວງການຕ່າງປະເທດ.

ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງອີຢູ ໃນພາກພື້ນ, ທ່ານນາງ Kaja Kallas ເຫັນດີເປັນເອກະພາບວ່າ ສອງຝ່າຍຄວນເພີ່ມທະວີການແລກປ່ຽນ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຍູ້ແຮງການຮ່ວມມືສອງຝ່າຍ, ໝູນໃຊ້ສັນຍາ EVFTA ຢ່າງສຸດຂີດ, ເປີດຕະຫຼາດ, ນໍາການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ບັນດາເສົາຄໍ້າໃໝ່ ໃນການພົວພັນສອງຝ່າຍໃນໄລຍະຈະມາເຖິງ.

ທີ່ການພົບປະກັບທ່ານ David Lammy ລັດຖະມົນຕີການຕ່າງປະເທດອັງກິດ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຊຸກຍູ້ການຜັນຂະຫຍາຍການແລກປ່ຽນຄະນະຜູ້ແທນຂັ້ນສູງ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງກຳລັງໜູນເພື່ອນຳການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ໂດຍ: ກວຽດເຕິມ