ຫວຽດນາມ ຢືນຢັນບົດບາດສຳຄັນທີ່ກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາ ຝລັ່ງໂກໂຟນີ ຄັ້ງທີ 50
ກປ.ອອນໄລ - ແຕ່ວັນທີ 9 ຫາວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ ໄດ້ດໍາເນີນກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາ ຝລັ່ງໂກໂຟນີ ຄັ້ງທີ 50 (APF-50) ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 550 ທ່ານ ທີ່ມາຈາກ 59 ປະເທດ ແລະເຂດແຄ້ວນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດຫວຽດນາມ ນໍາໜ້າເຂົ້າຮ່ວມເຫດການດັ່ງກ່າວ.
ໃນຂອບເຂດການເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ APF-50, ແຕ່ວັນທີ 12-13 ກໍລະກົດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທງ ໄດ້ມີການພົບປະສອງຝ່າຍກັບບັນດາການນຳລັດຖະສະພາຝລັ່ງ ແລະບັນດາກົນໄກສັງກັດ APF, ລວມມີ: ທ່ານນາງ Yael Braun-Pivet ປະທານສະພາແຫ່ງຊາດ ຝລັ່ງ ແລະທ່ານ Gerard Larcher ປະທານສະພາສູງຝະລັ່ງ, ທ່ານນາງ Nathalie Roy ປະທານສະພາແຫ່ງຊາດ Quebec ຂອງການາດາ ທັງເປັນຮອງປະທານຜູ້ທີໜຶ່ງ APF, ທ່ານ Ouch Borith ຮອງປະທານຜູ້ທີໜຶ່ງສະພາສູງກໍາປູເຈຍ, ທ່ານ Mars Di Bartolomeo ຮອງປະທານສະພາແຫ່ງຊາດ Luxembourg ທັງເປັນຜູ້ຮັບຜິດຊອບງົບປະມານຂອງ APF, ປະທານກໍາມາທິການບັນດາບັນຫາລັດຖະສະພາ, ປະທານເຄືອຂ່າຍສະມາຊິກລັດຖະສະພາຍິງ, ຜູ້ຕາງໜ້າພາກພື້ນອາຊີ - ປາຊີຟິກ, ຜູ້ຕາງໜ້າພາກພື້ນອາເມລິກາ ຂອງ APF ແລະເລຂາທິການໃຫຍ່ APF.
    |
 |
ບັນຍາກາດທີ່ພິທີໄຂວາລະປະຊຸມຄົບຄະນະກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາ ຝລັ່ງໂກໂຟນີ ຄັ້ງທີ 50, ໃນວັນທີ 12 ກໍລະກົດ ທີ່ນະຄອນຫຼວງປາຣີ. ພາບ: ສໍານັກຂ່າວສານຫວຽດນາມ |
ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ APF ຢູ່ຂັ້ນຮອງປະທານສະພາແຫ່ງຊາດ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນສະມາຊິກມີບົດບາດແກ່ນສານຂອງປະຊາຄົມຝລັ່ງໂກໂຟນີ ຢູ່ພາກພື້ນອາຊີ-ປາຊີຟິກ. ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີການປະກອບສ່ວນທີ່ມີຄວາມໝາຍ, ຫວຽດນາມ ສືບຕໍ່ຢືນຢັນຖານະທີ່ຕັ້ງຂອງຕົນໃນປະຊາຄົມຝລັ່ງໂກໂຟນີ ແລະໃນເວທີສາກົນ.
ໂດຍ: ທະນາພອນ