ອາເມລິກາ ປາດຖະໜາຢາກຮ່ວມເດີນທາງ ແລະພ້ອມທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 9 ກໍລະກົດ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ແລະຄະນະປະຕິບັດງານຂອງອົງການພັດທະນາສາກົນອາເມລິກາ (USAID).
ທີ່ການຕ້ອນຮັບ, ທ່ານ ເຈິ່ນຮົ່ງຮ່າ ຕີລາຄາສູງການເຄື່ອນໄຫວທີ່ກວ້າງຂວາງ, ມີປະສິດທິຜົນ ແລະເຊື່ອມຕໍ່ຢ່າງຕັ້ງໜ້າຂອງທ່ານ Marc Knapper ໃນຂົງເຂດຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ສົ່ງຄໍາອວຍພອນມາຍັງປະຊາຊົນອາເມລິກາ ເນື່ອງໃນໂອກາດວັນຊາດ; ພ້ອມທັງເນັ້ນໜັກເຖິງຄວາມໝາຍໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີ ຢ້ັງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນຄູ່ຮ່ວມມືຍຸດທະສາດທາງດ້ານເສດຖະກິດ, ການຄ້າ, ເຖິງຢ່າງໃດກໍ່ຕາມສອງຝ່າຍຕ້ອງສືບຕໍ່ແກ້ໄຂຮົ້ວກີດຂວາງ, ໂດຍສະເພາະແມ່ນໃນດ້ານການຄ້າ, ການລົງທຶນ ແລະເຕັກໂນໂລຢີສູງ.
    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ແລະທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ. |
ທ່ານຮອງນາຍົກລັດຖະມົນຕີ ສະເໜີອາເມລິກາ ຮັບຮູ້ຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ, ສ້າງເງື່ອນໄຂສະດວກກວ່າໃນການເຂົ້າເຖິງເຕັກໂນໂລຢີສູງໂດຍໄວ, ພິເສດແມ່ນໃນບັນດາຂົງເຂດພະລັງງານ, ຂຸດຄົ້ນບໍ່ແຮ່ ແລະອຸດສາຫະກໍາຍຸດທະສາດ.
ທ່ານຮອງນາຍົກລັດຖະມົນຕີ ກໍຫວັງວ່າ ອາເມລິກາ ຈະໜູນຊ່ວຍ ຫວຽດນາມ ພັດທະນາຂົງເຂດປັນຍາປະດິດ (AI), ຜ່ານການຖ່າຍທອດເຕັກໂນໂລຢີ, ການລົງທຶນ, ບໍາລຸງສ້າງ ແລະຮ່ວມທຸລະກິດ, ສ້າງເປັນສັນຍາລັກແຫ່ງການຮ່ວມມືໃໝ່ລະຫວ່າງສອງປະເທດໃນອະນາຄົດ.
ແບ່ງປັນກັບບັນດາເປົ້າໝາຍພັດທະນາຂອງຫວຽດນາມ, ຄື: ກາຍເປັນພື້ນຖານເສດຖະກິດສີຂຽວໃນປີ 2050, ລາຍຮັບສູງໃນປີ 2045 ແລະພື້ນຖານເສດຖະກິດເຕັກໂນໂລຢີສູງໃນອະນາຄົດ, ທ່ານ Marc Knapper ຢ້ັງຢືນວ່າ ອາເມລິກາ ປາດຖະໜາຢາກຮ່ວມເດີນທາງ ແລະພ້ອມທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, AI, ລະບົບສະໜອງແຮ່ທາດຍຸດທະສາດ, ຂໍ້ມູນ ແລະການສຶກສາ.
ທີ່ການຕ້ອນຮັບ, ຕາງໜ້າ USAID ແຈ້ງໃຫ້ຊາບກ່ຽວກັບການຕັດສິນປິດຫ້ອງການ ຢູ່ຫວຽດນາມ ຕາມແຜນນະໂຍບາຍດັດປັບທົ່ວໂລກຂອງລັດຖະບານ ອາເມລິກາ;...
ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ການປະກອບສ່ວນແທດຈິງຂອງ USAID ສໍາລັບຫວຽດນາມ ໃນກວ່າ 3 ທົດສະວັດຜ່ານມາ, ກາຍເປັນຂົວຕໍ່ສໍາຄັນດ້ານວັດທະນະທໍາ, ເສດຖະກິດ ແລະສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ; ຢືນຢັນ “ພາລະກໍາຂອງ USAID ແລະການພົວພັນຮ່ວມມືສອງຝ່າຍຈະສືບຕໍ່ໄດ້ຮັບການຮັກສາ ແລະຍົກສູງຂຶ້ນ”.
ໂດຍ: ໄຊນີດາ