ກ່າວຄຳເຫັນທີ່ພິທີໄຂ, ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ເນັ້ນໜັກວ່າ ໃນໂລກເຕັມໄປດ້ວຍການຜັນແປຫຼາຍຢ່າງ, ອາຊຽນ ຕ້ອງຮັກສາຈິດໃຈເປັນເຈົ້າການ, ເປັນເຈົ້າຕົນເອງດ້ານຍຸດທະສາດ, ຄວາມສາມັກຄີເພື່ອສ້າງອະນາຄົດພາກພື້ນ. ທ່ານນາຍົກລັດຖະມົນຕີ Anwar ແບ່ງປັນວ່າ ກໍາລັງແຮງແທ້ຈິງຂອງອາຊຽນ ແມ່ນຄວາມສາມັກຄີ, ສະໜິດຕິດພັນ ແລະໃຫ້ຄຳໝັ້ນສັນຍາພ້ອມກັນຜ່ານຜ່າຄວາມແຕກຕ່າງກັນບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ພ້ອມແລ້ວເຈລະຈາ ແລະຢືດໝັ້ນການຊອກຫາຄວາມເຫັນດີເຫັນພ້ອມ.

ຕໍ່ໜ້າສະພາບການ ບັນດາເຄື່ອງມືເສດຖະກິດໄດ້ຫັນເປັນອາວຸດເພື່ອຮັບໃຊ້ການແກ່ງແຍ້ງພູມສາດການເມືອງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ເນັ້ນໜັກວ່າ ອາຊຽນ ຕ້ອງປະຕິບັດຢ່າງເດັດດ່ຽວ, ຊັດເຈນ. ສິ່ງສຳຄັນກວ່າໝູ່, ອາຊຽນ ຕ້ອງຕັດສິນເສັ້ນທາງຂອງຕົນ, ມີຈຸດໝາຍປາຍທາງ, ມີວິໄສທັດ ແລະມີເປົ້າໝາຍ; ຊຸກຍູ້ການເຊື່ອມໂຍງຢ່າງແທ້ຈິງ, ເພີ່ມທະວີການສົມທົບລະຫວ່າງເສົາຄ້ຳການທູດ ແລະເສດຖະກິດ, ສະໜິດຕິດພັນກວ່າລະຫວ່າງບັນດາຂົງເຂດເພື່ອກໍ່ສ້າງພື້ນຖານເສດຖະກິດກວມລວມ, ຍືນຍົງ; ສືບຕໍ່ໃຫ້ບຸລິມະສິດບັນດາຂົງເຂດຮ່ວມມືທີ່ນຳມາເຊິ່ງຜົນປະໂຫຍດທີ່ມີເນື້ອແທ້ໃຫ້ແກ່ປະຊາຊົນ, ພິເສດແມ່ນການເຊື່ອມຕໍ່, ຄວາມໝັ້ນຄົງດ້ານສະບຽງອາຫານ, ຫັນເປັນດີຈີຕອນ, ການສຶກສາ, ການແພດ.

leftcenterrightdel
ພິທີລົງນາມເອກະສານເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ (TAC) ຂອງ ອູຣູໄກວ ແລະ ອານເຊຣີ. ພາບ: ຈ່າງວຽນ

* ພາຍຫຼັງພິທີໄຂ, ບັນດາລັດຖະມົນຕີ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະ, ສຸມໃສ່ແລກປ່ຽນກ່ຽວກັບການຜັນຂະຫຍາຍຂໍ້ຕົກລົງຂອງບັນດາການນຳທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 46 ແລະກຳນົດທິດຈະມາເຖິງສຳລັບວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ.

* ຕອນບ່າຍວັນທີ 9 ກໍລະກົດ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ AMM-58 ດ້ວຍຈຸດສຸມແມ່ນການສຳຫຼວດກວດກາຄືນ, ກຳນົດທິດການພົວພັນຕ່າງປະເທດຂອງອາຊຽນ ແລະແລກປ່ຽນບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທີ່ວາລະປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຂໍ້ຕົກລົງກ່ຽວກັບການເພີ່ມທະວີການພົວພັນຕ່າງປະເທດຂອງອາຊຽນ, ມອບໃຫ້ບັນດາອົງການຂອງອາຊຽນ ປະເມີນການພົວພັນກັບບັນດາຄູ່ຮ່ວມມື, ຮັກສາຄວາມສາມັກຄີ ກໍ່ຄືບົດບາດໃຈກາງຂອງອາຊຽນ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ບຸ່ຍແທັງເຊີນ ເນັ້ນໜັກເຖິງບົດບາດຂອງອາຊຽນ, ຄືດັ່ງ “ປາພະຄານແຫ່ງສັນຕິພາບ”, ແມ່ນອົງການຈັດຕັ້ງພາກພື້ນເປັນຕົວແບບກ່ຽວກັບການເຈລະຈາ, ຮ່ວມມື ແລະແກ້ໄຂຄວາມແຕກຕ່າງກັນໂດຍສັນຕິວິທີ. ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ດ້ວຍຈິດໃຈຕິດພັນກັນຢ່າງສະໜິດແໜ້ນໃນຄອບຄົວ, ຄວາມສະໜິດຕິດພັນໃນວົງຄະນະຍາດ ແລະບ້ານໃກ້ເຮືອນຄຽງ ພ້ອມກັບພື້ນຖານໝັ້ນແກ່ນຂອງການເຈລະຈາ, ການທູດ ແລະເຄົາລົບກົດໝາຍສາກົນ ເພື່ອສ້າງຜົນສຳເລັດຂອງອາຊຽນ ໃນຫຼາຍທົດສະວັດຜ່ານມາ. ບັນດາໝາກຜົນນີ້ຄວນສືບຕໍ່ໄດ້ເສີມຂະຫຍາຍຢ່າງແຮງ, ໂດຍສະເພາະແມ່ນໃນວິວັດທະນາການຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມສ້າງຄວາມເຫັນດີເຫັນພ້ອມ ແລະທັດສະນະລວມຂອງອາຊຽນ ກ່ຽວກັບບັນຫາພາກພື້ນ ແລະສາກົນ.

* ກໍ່ໃນຕອນບ່າຍວັນທີ 9 ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ເຂົ້າຮ່ວມພິທີລົງນາມເອກະສານເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງອູຣູໄກວ ແລະ ອານເຊຣີ, ຍົກຈຳນວນສະມາຊິກເຂົ້າເປັນພາຄີສົນທິສັນຍາ ຂຶ້ນເຖິງຈຳນວນ 57 ປະເທດ. ພາຍຫຼັງເວລາເກືອບ 50 ປີ ນັບແຕ່ເມື່ອໄດ້ລົງນາມໃນປີ 1976, TAC ສືບຕໍ່ເປີດກວ້າງຈໍານວນສະມາຊິກ, ຢັ້ງຢືນຄຸນຄ່າຂອງສົນທິສັນຍາ ກໍ່ຄືບົດບາດນັບມື້ນັບສຳຄັນຂອງອາຊຽນ ຕໍ່ກັບສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການຮ່ວມມືຢູ່ພາກພື້ນ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຮັບປະທານອາຫານເຊົ້າ ແລະເຮັດວຽກກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະການຮ່ວມມືສາກົນ ກຳປູເຈຍ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ໃນບັນຍາກາດຈິງໃຈ, ເປີດອົກເປີດໃຈ, ສາມລັດຖະມົນຕີ ໄດ້ແລກປ່ຽນ, ແບ່ງປັນທັດສະນະ ກ່ຽວກັບບັນຫາສາກົນ, ພາກພື້ນຕ່າງຝ່າຍຕ່າງມີຄວາມສົນໃຈ, ບັນດາບັນຫາກ່ຽວຂ້ອງເຖິງການພົວພັນສອງຝ່າຍ ແລະ 3 ຝ່າຍ. ທ່ານ ບຸ່ຍແທັງເຊີນ ແບ່ງປັນເນື່ອງໃນໂອກາດນີ້, ຫວຽດນາມ ຈະເປັນປະທານຮ່ວມກອງປະຊຸມລັດຖະມົນຕີ ບັນດາກົນໄກຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ, ແມ່ນ້ຳຂອງ-ສ.ເກົາຫຼີ; ໃນບົດບາດນີ້, ຫວຽດນາມ ຈະຕັ້ງໜ້າຮຽກຮ້ອງບັນດາປະເທດຄູ່ຮ່ວມມື ຍູ້ແຮງການຮ່ວມມື, ເພີ່ມທະວີການລົງທຶນ, ດຳເນີນທຸລະກິດເຂົ້າບັນດາປະເທດແມ່ນ້ຳຂອງ, ໂດຍສະເພາະແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ, ຍົກສູງຄຸນະພາບຊັບພະຍາກອນມະນຸດດ້ານດີຈີຕອນ.

* ວັນດຽວກັນ, ໃນການພົບປະກັບທ່ານ Bendito dos Santos Freitas ລັດຖະມົນຕີການຕ່າງປະເທດ ແລະຮ່ວມມື ແຫ່ງ ຕີມໍ ແລັດສະເຕ, ທ່ານ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດອາຊຽນ ໜູນຊ່ວຍ ຕີມໍ ແລັດສະເຕ ປັບປຸງລະບຽບການຈຳເປັນ ເພື່ອເຂົ້າເປັນສະມາຊິກຂອງອາຊຽນ ໂດຍໄວ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ແລະຮ່ວມມື ແຫ່ງ ຕີມໍ ແລັດສະເຕ ຢືນຢັນວ່າ ລັດຖະບານ ຕີມໍ ແລັດສະເຕ ຈະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກ ເພື່ອສົ່ງເສີມຫຼາຍວິສາຫະກິດຫວຽດນາມ ເພີ່ມທະວີການຮ່ວມມືລົງທຶນເຂົ້າ ຕີມໍ ແລັດສະເຕ.

* ວັນທີ 9 ກໍລະກົດ, ຢູ່ນອກກອງປະຊຸມ AMM-58, ທ່ານ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານ Maria Theresa Lazaro ລັດຖະມົນຕີການຕ່າງປະເທດ ຟີລິບປິນ. ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ທະເລ ແລະມະຫາສະໝຸດ, ການສຶກສາ-ກໍ່ສ້າງ, ພົບປະແລກປ່ຽນປະຊາຊົນ. ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະຕັ້ງໜ້າສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ ກໍ່ຄື ສາກົນ, ຄື: ສະຫະປະຊາຊາດ, ອາຊຽນ... ປະກອບສ່ວນນຳມາເຊິ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ.

* ວັນທີ 10 ກໍລະກົດ ຈະສືບຕໍ່ຈັດຕັ້ງບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດອາຊຽນ+1 ແລະອາຊຽນ+3.

ໂດຍ: ແສງເດືອນ