leftcenterrightdel
ທ່ານ ເຈິ່ນລຶວກວາງ  ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ຕ້ອນຮັບທ່ານ Olivier Marquette ປະທານກຸ່ມບໍລິສັດ AES ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນລຶວກວາງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ອຳນວຍຄວາມສະດວກສຳລັບການລົງທຶນ ແລະດຳເນີນທຸລະກິດຂອງວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດອາເມລິກາ ທີ່ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງຫວຽດນາມ ໃນສະພາບການໃໝ່. ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະກຸ່ມບໍລິສັດ AES ສືບຕໍ່ປຶກສາຫາລືຢ່າງຕັ້ງໜ້າ ເພື່ອແກ້ໄຂຂໍ້ຕິດຂັດ, ລາຍງານ ແລະສະເໜີບັນດາບັນຫາທີ່ເກີນສິດອໍານາດຂອງຕົນຢ່າງທັນການ ເພື່ອໃຫ້ບັນດາໂຄງການຂອງບໍລິສັດສາມາດຜັນຂະຫຍາຍໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ແລະການພົວພັນ ຫວຽດນາມ - ອາເມລິກາ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Olivier Marquette ໄດ້ແບ່ງປັນບົດຮຽນປະສົບການ ແລະຜົນສຳເລັດຂອງ AES ໃນການລົງທຶນບັນດາໂຄງການທີ່ຄ້າຍຄືກັນຢູ່ພາກພື້ນອື່ນໃນໂລກ, ກໍ່ຄື ຜົນສຳເລັດຂອງກຸ່ມບໍລິສັດຕໍ່ໂຄງການໂຮງງານໄຟຟ້າ ມົງເຢືອງ 2 ທີ່ໄດ້ເຄື່ອນໄຫວແຕ່ປີ 2015; ຢືນຢັນຄວາມຕັດສິນໃຈ ແລະຄຳໝັ້ນສັນຍາຂອງກຸ່ມບໍລິສັດ ໃນການຜັນຂະຫຍາຍບັນດາໂຄງການຢູ່ຫວຽດນາມ ປະສົບຜົນສຳເລັດຜົນ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງຫວຽດນາມ ໃນຊຸມປີຕໍ່ໜ້າ.

ໂດຍ: ໄຊຊະນະ