ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ; ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດ ພົບປະ, ແລກປ່ຽນ, ສົມທົບກັນຢ່າງເປັນປະຈໍາ ແລະສະໜັບສະໜູນເຊິ່ງກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍຕີລາຄາວ່າ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ນັບມື້ນັບສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈ. ບົນພື້ນຖານຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໄລຍະ 2021-2025, ສອງຝ່າຍຮັກສາກົນໄກທາບທາມ, ປຶກສາຫາລືການເມືອງຢ່າງເປັນປະຈໍາ, ຜ່ານນັ້ນປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອສືບຕໍ່ຍົກສູງການຜັນຂະຫຍາຍວຽກງານການທູດເສດຖະກິດຂອງແຕ່ລະປະເທດຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນກະກຽມບັນດາການເຄື່ອນໄຫວການທູດທີ່ສໍາຄັນຈະມາເຖິງເປັນຢ່າງດີ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ພ້ອມທັງກະກຽມກອງປະຊຸມປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດສອງປະເທດ ໃນທ້າຍປີ 2025. ສອງຝ່າຍເຫັນດີ ຈະຈັດຕ້ັງກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 11 ຢູ່ຫວຽດນາມ ໃນປີ 2026.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 8 ກໍລະກົດ, ທີ່ Warsaw (ໂປໂລຍ), ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ພ້ອມກັບທ່ານ Władysław Teofil Bartoszewski ຮອງລັດຖະມົນຕີການຕ່າງປະເທດໂປໂລຍ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ-ໂປໂລຍ ເພື່ອທົບທວນຄືນສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ. ສອງຝ່າຍເຫັນດີໃນໄລຍະຈະມາເຖິງ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອສັບຊ້ອນ ແລະກະກຽມຢ່າງຮອບຄອບຖ່ີ່ຖ້ວນໃຫ້ແກ່ການຢ້ຽມຢາມຂັ້ນສູງ, ສ້າງພື້ນຖານການເມືອງ-ການທູດ ແລະນິຕິກໍາທີ່ໜັກແໜ້ນເພື່ອກໍານົດ ກໍ່ຄືຜັນຂະຫຍາຍກົນໄກຮ່ວມມືໄລຍະຍາວລະຫວ່າງສອງປະເທດ, ພ້ອມທັງຈັດຕ້ັງກົນໄກການປຶກສາຫາລືການເມືອງລະຫວ່າງສອງກະຊວງການຕ່າງປະເທດຢ່າງເປັນປະຈໍາ ເພື່ອປະສານງານ, ກະຕຸກຊຸກຍູ້ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ໜູນຊ່ວຍບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງສອງປະເທດ ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດລະອຽດ.

ວັນທີ 9 ກໍລະກົດ, ຄະນະຜູ້ແທນກະຊວງການຕ່າງປະເທດ ສາທາລະນະລັດ ສະໂລວາກີ ແລະບັນດາບັນຫາເອີລົບ ນໍາໂດຍທ່ານ Marek Estok ຮອງລັດຖະມົນຕີການຕ່າງປະເທດ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ, ດໍາເນີນກອງປະຊຸມປຶກສາຫາລືການເມືອງ ສະໂລວາກີ-ຫວຽດນາມ ກັບຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ນໍາໂດຍ ໂງເລວັນ ຮອງລັດຖະມົນຕີການຕ່າງປະເທດ.

ໂດຍ: ໄຊນີດາ