ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວ. ທີ່ວາລະເຈລະຈາ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາແຜນການປະຕິບັດງານຂອງ AICHR ໄລຍະ 2026-2030, ສະເໜີ AICHR ໃກ້ຊິດຕິດແທດວິໄສທັດປະຊາຄົມອາຊຽນ 2045, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ ແລະວິທີເຂົ້າເຖິງຢ່າງມີໄຫວພິບ, ປະດິດສ້າງ ແລະທັນການໃນຄວາມມານະພະຍາຍາມຊຸກຍູ້ ແລະປົກປ້ອງສິດທິມະນຸດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58. ພາບ: baoquocte.vn

ສ່ວນທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ການຊຸກຍູ້ ແລະຮັບປະກັນສິດທິມະນຸດມີລັກສະນະລະຫວ່າງຂະແໜງ, ລະຫວ່າງເສົາຄໍ້າ, ຮຽກຮ້ອງວິທີເຂົ້າເຖິງຮອບດ້ານ ແລະເພີ່ມທະວີການສົມທົບລະຫວ່າງ AICHR ກັບອົງການຂະແໜງການສະເພາະ. ທ່ານ ບຸ່ຍແທັງເຊີນ ໄດ້ແຈ້ງວ່າ, ຫວຽດນາມ ຈະຈັດຕັ້ງກອງປະຊຸມສໍາມະນາ AICHR ກ່ຽວກັບສິດຂອງຜູ້ໄປທະເລ, ຄາດວ່າໃນທ້າຍປີນີ້.

ທີ່ກອງປະຊຸມຄະນະກຳມະການສົນທິສັນຍາ SEANWFZ, ບັນດາລັດຖະມົນຕີ ໄດ້ເຫັນດີສືບຕໍ່ຊຸກຍູ້ ແລະເຊີດຊູຄຸນຄ່າ ແລະບົດບາດຂອງສົນທິສັນຍາໃນລະດັບທົ່ວໂລກ; ຊົມເຊີຍ ແລະໃຫ້ຄໍາໝັ້ນສັນຍາສຳເລັດລະບຽບການເພື່ອ ຕີມໍ ແລັດສະເຕ ເຂົ້າຮ່ວມສົນທິສັນຍາທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນເດືອນ ຕຸລາ 2025, ຜ່ານນັ້ນຢືນຢັນຄຳໝັ້ນສັນຍາຂອງພາກພື້ນໃນການລົບລ້າງ ແລະຕ້ານການເຜີຍແຜ່ອາວຸດນິວເຄຼຍ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: baoquocte.vn

ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແຈ້ງວ່າ ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານກອງປະຊຸມກວດກາຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 11 ໃນປີ 2026 ແລະລໍຖ້າການສະໜັບສະໜູນ ແລະການສົມທົບຢ່າງແໜ້ນແຟ້ນຂອງບັນດາປະເທດ.

ໂດຍ: ເຈິ່ນຮວ່ຽນ