ຄໍາສະເໜີ 5 ຂໍ້ ເພື່ອສິ່ງແວດລ້ອມ ແລະສາທາລະນະສຸກທົ່ວໂລກ
ໃນບົດກ່າວຄຳເຫັນສໍາຄັນທີ່ວາລະປະຊຸມ, ທ່ານ ຟ້າມມິງຈີ້ງ ສະໜັບສະໜູນ ແລະຕີລາຄາສູງປະເທດເຈົ້າພາບ ບຣາຊິນ ທີ່ໄດ້ເລືອກເອົາການປົກປັກຮັກສາສິ່ງແວດລ້ອມ ແລະສາທາລະນະສຸກທົ່ວໂລກ, ເຊິ່ງເປັນບັນຫາທີ່ມີຄວາມໝາຍເປັນຕາຍຕໍ່ໜ່ວຍໂລກ, ແມ່ນບຸລິມະສິດຂອງກອງປະຊຸມສຸດຍອດ BRICS ເປີດກວ້າງໃນປີນີ້.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ວາລະປະຊຸມຂັ້ນສູງພາຍໃຕ້ຫົວຂໍ້ “ສິ່ງແວດລ້ອມ, COP30 ແລະສາທາລະນະສຸກທົ່ວໂລກ”. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສິ່ງທີ່ໂລກໄດ້ປະສົບພາຍຫຼັງພະຍາດໂຄວິດ-19, ການຮັບມືກັບໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ຊັບພະຍາກອນໝົດກ້ຽງ, ປະຊາກອນເຖົ້າແກ່ສະແດງໃຫ້ເຫັນວ່າ, ໂລກຍັງບໍ່ພ້ອມເທື່ອ, ບັນດາລະບຽບການຫຼາຍຝ່າຍສະໜິດຕິດພັນຍັງບໍ່ພຽງພໍ, ການຮ່ວມມືກໍ່ບໍ່ແຂງແຮງເພື່ອຜ່ານຜ່າວິກິດການຮ່ວມກັນ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຖືວ່າ ການຄັດເລືອກທີ່ວາງອອກແມ່ນຕ້ອງປ່ຽນແປງໃໝ່ຈິນຕະນາການ, ປ່ຽນແປງໃໝ່ຄວາມຮັບຮູ້ ແລະກະທໍາຢ່າງຮີບດ່ວນດ້ວຍຈິດໃຈ “ໄປນໍາກັນ, ມານໍາກັນ, ເຮັດນໍາກັນ, ຊົມໃຊ້ນໍາກັນ ແລະຊະນະນໍາກັນ”.
ທ່ານ ຟ້າມມິງຈີ້ງ ໄດ້ຍົກໃຫ້ເຫັນຄໍາສະເໜີ 5 ຂໍ້ທີ່ສໍາຄັນ. ທີໜຶ່ງ, ຊຸກຍູ້ການສ້າງຄວາມຮັບຮູ້ລວມ, ວິທີເຂົ້າເຖິງລວມທີ່ມີລັກສະນະທົ່ວໂລກ, ທົ່ວປວງຊົນ, ຮອບດ້ານເພື່ອປົກປັກຮັກສາສິ່ງແວດລ້ອມ ແລະສຸຂະພາບຂອງປະຊາຊົນ. ທີສອງ, ຮັບປະກັນຫຼັກການຮັບຜິດຊອບລວມແຕ່ກໍມີຄວາມແຕກຕ່າງ, ສະເໝີີພາບ, ຍຸຕິທຳໃນການແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະສາທາລະນະສຸກ, ສອດຄ່ອງກັບສະພາບການປະຫວັດສາດ, ລະດັບການພັດທະນາ ແລະແຫຼ່ງກໍາລັງຂອງແຕ່ລະປະເທດ; ຮຽກຮ້ອງໃຫ້ບັນດາປະເທດພັດທະນາມີຄວາມຮັບຜິດຊອບໃນການປະຕິບັດບັນດາຄຳໝັ້ນສັນຍາດ້ານການເງິນ, ຖ່າຍທອດເຕັກໂນໂລຊີ, ໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດ. ທີສາມ, ພະຍາຍາມລະດົມແຫຼ່ງກຳລັງໃຫ້ພຽງພໍ ແລະຍືນຍົງ ເພື່ອຫັນເປົ້າໝາຍດິນຟ້າອາກາດ ແລະສາທາລະນະສຸກ ໃຫ້ປະກົດຜົນເປັນຈິງ.
    |
 |
ວາລະປະຊຸມຂັ້ນສູງ ພາຍໃຕ້ຫົວຂໍ້ “ສິ່ງແວດລ້ອມ, COP30 ແລະສາທາລະນະສຸກທົ່ວໂລກ” ທີ່ກອງປະຊຸມສຸດຍອດ BRICS ເປີດກວ້າງ 2025. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນບັນດາບຸລິມະສິດຂອງກອງປະຊຸມ COP30 ໂດຍ ບຣາຊິນ ສະເໜີ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນເພື່ອບັນລຸໄດ້ບັນດາໝາກຜົນພົ້ນເດັ່ນດ້ານການເງິນດິນຟ້າອາກາດຢູ່ກອງປະຊຸມ COP30, ຊຸກຍູ້ບັນດາກົນໄກການເງິນສີຂຽວ, ປະດິດສ້າງ ແລະການເຂົ້າຮ່ວມຢ່າງແຂງແຮງກວ່າຈາກພາກເອກະຊົນ. ທີສີ່, ເສີມຂະຫຍາຍບົດບາດຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ເຕັກໂນໂລຊີດີຈີຕອນຢ່າງສຸດຂີດເພື່ອປົກປັກຮັກສາສິ່ງແວດລ້ອມ ແລະພັດທະນາສາທາລະນະສຸກ. ບັນດາປະເທດຕ້ອງຍູ້ແຮງການຮ່ວມມືພັດທະນາເຕັກໂນໂລຊີສີຂຽວ, ພື້ນຖານໂຄງລ່າງດີຈີຕອນ, ແລກປ່ຽນຄວາມຮູ້, ຜ່ານນັ້ນຮັດແຄບໄລຍະຫ່າງການພັດທະນາລະຫວ່າງບັນດາປະເທດ. ທີຫ້າ, ຊຸກຍູ້ການປະຕິຮູບລະບອບການບໍລິຫານທົ່ວໂລກກ່ຽວກັບສິ່ງແວດລ້ອມ, ດິນຟ້າອາກາດ, ສາທາລະນະສຸກຢ່າງແທ້ຈິງ ແລະມີປະສິດທິຜົນ, ເຊີດຊູບົດບາດໃຈກາງຂອງ ສປຊ, ການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການເຂົ້າຮ່ວມຂອງບັນດາກົນໄກຮ່ວມມືພາກພື້ນ ແລະລະຫວ່າງພາກພື້ນຢ່າງແທດຈິງ ແລະມີປະສິດທິຜົນເພື່ອຮັບປະກັນໃຫ້ຄຳໝັ້ນສັນຍາທົ່ວໂລກກ່ຽວກັບດິນຟ້າອາກາດ ແລະສາທາລະນະສຸກໄດ້ປະຕິບັດຢ່າງຍຸດຕິທຳ, ໂປ່ງໃສ ແລະມີປະສິດທິຜົນ.
ວາລະປະຊຸມ ໄດ້ສິ້ນສຸດກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025. ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ ແລະການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ຜ່ານນັ້ນສະແດງໃຫ້ເຫັນພາບພົດຂອງຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ສະເໝີຕົ້ນສະເໝີປາຍໃນການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຕັ້ງໜ້າ ແລະເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນທົ່ວໂລກ.
ດຳເນີນບັນດາການພົບປະສອງຝ່າຍ
ວັນທີ 7 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ປີ 2025, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ, ທ່ານ Gabriel Boric Font ປະທານາທິບໍດີ ຈີເລ ແລະທ່ານ Yamandu Orsi ປະທານາທິບໍດີ ອູຣູໄກວ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ. ພາບ: VGP |
* ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ, ທ່ານ ຟ້າມມິງຈີ້ງ ຢືນຢັນວ່າ ພັກ ແລະລັດຫວຽດນາມ ຕີລາຄາສູງບັນດາໝາກຜົນອັນອຸດົມສົມບູນ ແລະແທດຈິງຂອງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາຂອງພົວພັນລະຫວ່າງສອງພັກ ແລະສອງລັດ.
ສອງຝ່າຍເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ຕາມກໍານົດທິດ “6 ກວ່າ”, ຮັກສາການແລກປ່ຽນຂັ້ນສູງເປັນປະຈຳ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຢ່າງແຂງແຮງ; ເປີດກວ້າງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ.
ສ່ວນທ່ານ ຫຼີສຽງ ຢືນຢັນວ່າ ຈີນ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຜັນຂະຫຍາຍປະຕິບັດ, ຫັນຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ເປັນລະອຽດ. ທ່ານ ຫຼີສຽງ ໃຫ້ຮູ້ວ່າ ຈີນ ພ້ອມທີ່ຈະຍູ້ໄວການເຊື່ອມຕໍ່ຍຸດທະສາດພັດທະນາກັບຫວຽດນາມ, ສະແດງການຖືເປັນສໍາຄັນຄວາມປາດຖະໜາຂອງຫວຽດນາມ ກ່ຽວກັບການເລີ່ມລົງມືກໍ່ສ້າງທາງລົດໄຟມາດຕະຖານເຊື່ອມຕໍ່ສອງປະເທດໂດຍໄວ.
* ທີ່ການພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ, ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກລະດັບຜ່ານທຸກຊ່ອງທາງ; ສືບຕໍ່ປະຕິບັດກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ສອງປະເທດສົມທົບກັນຢ່າງແໜ້ນແຟ້ນໃນການສ້າງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025-2030, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ ແລະບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດດີຈີີຕອນ, ການຫັນເປັນສີຂຽວ, ພະລັງງານ.
ເນື່ອງໃນໂອກາດນີ້, ການນຳສອງທ່ານ ເນັ້ນໜັກເຖິງເລື່ອງພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ລັດທິຫຼາຍຝ່າຍ, ການຮ່ວມມື, ສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ຮັກສາ ແລະປັບປຸງຫຼັກໝັ້ນຂອງອາຊຽນ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
* ທີ່ການພົບປະກັບທ່ານ Gabriel Boric Font ປະທານາທິບໍດີ ຈີເລ, ທ່ານ ຟ້າມມິງຈີ້ງ ສະເໜີ ຈີເລ ອຳນວຍຄວາມສະດວກ ແລະມີນະໂຍບາຍພິເສດ ເພື່ອໃຫ້ວິສາຫະກິດຫວຽດນາມ ຮ່ວມມື ແລະລົງທຶນຢູ່ ຈີເລ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ ຈີເລ. ແບ່ງປັນກັບຄໍາສະເໜີຂອງທ່ານ ຟ້າມມິງຈີ້ງ, ທ່ານ Gabriel Boric Font ຫວັງວ່າ ສອງປະເທດຈະເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ສິລະປະ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ.
* ພົບປະກັບທ່ານປະທານາທິບໍດີ ອູຣູໄກວ, ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ສອງຝ່າຍເຈລະຈາ, ລົງນາມສັນຍາວ່າດ້ວນການສົ່ງເສີມ ແລະປົກປ້ອງການລົງທຶນ, ສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາ, ສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນໂດຍໄວ...
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການຢ້ຽມຢາມ ແລະພົບປະຂັ້ນສູງເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະປຶກສາຫາລືກ່ຽວກັບທິດທາງເປີດກວ້າງການຮ່ວມມືສອງຝ່າຍ.
ສະຫະປະຊາຊາດ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ
ໃນວັນດຽວກັນ, ທ່ານ ຟ້າມມິງຈີ້ງ ໄດ້ມີການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ທ່ານ Maxim Ryzhenkov ລັດຖະມົນຕີການຕ່າງປະເທດ ເບລາຣຸດ ແລະທ່ານ Ahmed bin Ali Al Sayegh ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາຣັບ ເອມີເຣດ (UAE).
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ພາບ: VGP |
ທ່ານ ຟ້າມມິງຈີ້ງ ເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫຼາຍຝ່າຍ ແລະບົດບາດນຳພາຂອງ ສປຊ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ. ທ່ານນາຍົກລັດຖະມົນຕີ ຖືວ່າ ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ແກ່ພິທີລົງນາມສົນທິສັນຍາ ຂອງ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ຢູ່ຮ່າໂນ້ຍ ໃນເດືອນຕຸລາ ປີ 2025 ແລະຫວັງວ່າ ຈະໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ສປຊ ທີ່ເຫດການສຳຄັນນີ້.
ສ່ວນທ່ານ Antonio Guterres ຕີລາຄາສູງບົດບາດ ແລະວິໄສທັດຂອງຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນຂອບໃຈຫວຽດນາມ ທີ່ໄດ້ເປັນເຈົ້າພາບຈັດຕັ້ງພິທີລົງນາມໃນສົນທິສັນຍາສຳຄັນດັ່ງກ່າວ, ເຊິ່ງ ແມ່ນເຫດການທີ່ມີຄວາມໝາຍພິເສດ, ຄາດວ່າຈະມີບັນດາການນຳຂັ້ນສູງໃນໂລກ ເຂົ້າຮ່ວມ.
ສປຊ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນບັນດາບັນຫາທີ່ໂລກພວມເອົາໃຈໃສ່ໃນປັດຈຸບັນ.
* ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ເບລາຣຸດ, ສອງຝ່າຍ ໄດ້ຢັ້ງຢືນວ່າ ການຢ້ຽມຢາມເບລາຣຸດ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະການຍົກລະດັບການພົວພັນສອງຝ່າຍ (ເດືອນພຶດສະພາ 2025) ແມ່ນບັນດາຂີດໝາຍສຳຄັນພິເສດ, ສ້າງພື້ນຖານເຮັດໃຫ້ການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງ ຫວຽດນາມ ແລະເບລາຣຸດ ເລິກເຊິ່ງຂຶ້ນຕື່ມ.
* ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ UAE, ທ່ານ ຟ້າມມິງຈີ້ງ ສະເໜີສອງປະເທດຕັ້ງໜ້າຜັນຂະຫຍາຍປະຕິບັດຜົນການຢ້ຽມຢາມ UAE ແລະຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນເດືອນຕຸລາ 2024 ຂອງທ່ານນາຍົກລັດຖະມົນຕີ; ເຈລະຈາສັນຍາ FTA ຫວຽດນາມ-ສະພາການຮ່ວມມືເຂດອ່າວ (GCC) ແລະເຈລະຈາ, ເຊັນສັນຍາປົກປ້ອງການລົງທຶນໂດຍໄວ.
ສ່ວນທ່ານ Ahmed bin Ali Al Sayegh ໃຫ້ຮູ້ວ່າ UAE ຈະຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກ່ຽວກັບສູນການເງິນນະຄອນໂຮ່ຈີມິນ ແລະ Abu Dhabi, ກໍຄືສົມທົບກັນຈັດຕັ້ງກອງປະຊຸມການລົງທຶນຂອງ UAE ຢູ່ຫວຽດນາມ.
    |
 |
ທ່ານ ຟ້າມມິງຈີ້ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ກັບຄືນມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ແລະການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ ດ້ວຍຜົນສໍາເລັດຢ່າງຈົບງາມ. ພາບ: chinhphu.vn |
* ຕອນບ່າຍວັນທີ 7 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ທີ່ Rio de Janeiro, ທ່ານ ຟ້າມມິງຈີ້ງ ໄດ້ມີການເຮັດວຽກກັບການນຳບັນດາກຸ່ມເສດຖະກິດ ແລະບັນດາສະຫະພັນວິສາຫະກິດບຣາຊິນ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ; ພ້ອມທັງປະກອບສ່ວນເຂົ້າໃນການເຈລະຈາການລົງນາມສັນຍາ FTA ລະຫວ່າງຫວຽດນາມ ກັບບຣາຊິນ ແລະ MERCOSUR. ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານ ຟ້າມມິງຈີ້ງ ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ປີ 2025 ແລະການເຄື່ອນໄຫວສອງຝ່າຍ ຢູ່ ບຣາຊິນ.
ຕອນຄໍ່າວັນດຽວກັນ, ທ່ານ ຟ້າມມິງຈີ້ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກ Rio de Janeiro ເດີນທາງກັບຄືນປະເທດ, ສິ້ນສຸດການເຄື່ອນໄຫວ ແລະເຮັດວຽກຢູ່ ບຣາຊິນ ດ້ວຍຜົນສໍາເລັດຢ່າງຈົບງາມ.
ໂດຍ: ໄຊຊະນະ